ສ້າງ​ກຳ​ລັງ​ບັນ​ດາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ໃຫຍ່, ມີ​ການພັດ​ທະ​ນາ​ເປັນ​ປົກ​ກະ​ຕິ

(VOVWORLD) - ລັດຖະບານ ຕ້ອງມີບັນດານະໂຍບາຍລະອຽດກ່ວາອີກ ເພື່ອສ້າງກຳລັງບັນດາວິສາຫະກິດເອກະຊົນໃຫຍ່, ມີການພັດທະນາຢ່າງເປັນປົກກະຕິ, ສາມາດຮັບມືກັບບັນດາຜົນກະທົບທີ່ໃຫຍ່ຫຼວງຈາກພາຍນອກ ແລະ ເພີ່ມທະວີປະສິດທິພົນຂອງພື້ນຖານເສດຖະກິດ. 
ສ້າງ​ກຳ​ລັງ​ບັນ​ດາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ໃຫຍ່, ມີ​ການພັດ​ທະ​ນາ​ເປັນ​ປົກ​ກະ​ຕິ - ảnh 1ກອງປະຊຸມສຳມະນາ “ຕີລາຄາ 500 ວິສາຫະກິດເອກະສານໃຫຍ່ທີ່ສຸດ ຫວຽດນາມ” (ພາບ: TTXVN)

ຕອນເຊົ້າວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນຍຸດທະສາດພັດທະນາ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ຕີລາຄາ 500 ວິສາຫະກິດເອກະສານໃຫຍ່ທີ່ສຸດ ຫວຽດນາມ” (VPE500 – ລາຍງານ 2023). ຕາມການຕີລາຄານີ້, ວິສາຫະກິດການບໍລິການກວມເອົາຈຳນວນຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນວິສາຫະກິດການເງິນ, ທະນາຄານ, ປະກັດໄພ.

ກຸ່ມ 500 ວິສາຫະກິດເອກະຊົນໃຫຍ່ສຸດຢູ່ ຫວຽດນາມ ມີການເຄື່ອນໄຫວຢ່າງກະໂດດຂັ້ນເມື່ອທຽບໃສ່ກັບວິສາຫະກິດເອກະຊົນພາຍໃນປະເທດເວົ້າລວມກ່ຽວກັບຂອບຂະໜາດ ແລະ ໝາກຜົນໃນການດຳເນີນທຸລະກິດກໍຄື ການເຂົ້າຮ່ວມການເຄື່ອນໄຫວນຳເຂົ້າສົ່ງອອກ.

ຢູ່ກອງປະຊຸມສຳມະນາ, ກຸ່ມຄົ້ນຄ້ວາ ແລະ ນັກຊ່ຽວຊານເສດຖະກິດຫຼາຍທ່ານຖືວ່າ ລັດຖະບານ ຕ້ອງມີບັນດານະໂຍບາຍລະອຽດກ່ວາອີກ ເພື່ອສ້າງກຳລັງບັນດາວິສາຫະກິດເອກະຊົນໃຫຍ່, ມີການພັດທະນາຢ່າງເປັນປົກກະຕິ, ສາມາດຮັບມືກັບບັນດາຜົນກະທົບທີ່ໃຫຍ່ຫຼວງຈາກພາຍນອກ ແລະ ເພີ່ມທະວີປະສິດທິພົນຂອງພື້ນຖານເສດຖະກິດ. ທ່ານ ປ.ອ ເຈິ່ນຕວັນທັ້ງ, ຫົວໜ້າຄະນະສາກົນ, ສະຖາບັນຍຸດທະສາດພັດທະນາ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຖືວ່າ:

ເພື່ອໃຫ້ບັນດາວິສາຫະກິດໜຸ່ມຂອງ ຫວຽດນາມ ພັດທະນາກາຍເປັນ ວິສາຫະກິດໃຫຍ່ ຕ້ອງມີການໜູນຊ່ວຍຈາກລັດ, ເຊິ່ງການໜູນຊ່ວຍຢ່າງແທ້ຈິງ ບໍ່ແມ່ນການຫຼຸດຜ່ອນບາງສິ່ງບາງຢ່າງ, ຄ່າໃຊ້ຈ່າຍ ແລະ ບາງຂັ້ນຕອນໃນປະຕິບັດລະບຽບການບໍລິຫານ.  ບົດຮຽນປະສົບການຂອງສາກົນສະແດງໃຫ້ເຫັນວ່າ ລັດຖະບານຕ້ອງມີການໜູນຊ່ວຍແບບພິເສດ ໃຫ້ແກ່ວິສາຫະກິດເພື່ອມີບັນດາວິສາຫະກິດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ