ສ້າງກຳລັງປະກອບອາວຸດທະຫານເຂດ 9 ຕາມທິດປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວ

(VOVWORLD) - ວັນທີ 25 ກໍລະກົດ, ຄະນະພັກ, ກອງບັນຊາການທະຫານເຂດ 9 ໄດ້ຈັດຕັ້ງການພົບປະສັງສັນກັບບັນດາກຳມະການພັກຂອງທະຫານເຂດ 9 ຜ່ານໄລຍະຕ່າງໆ. 
ສ້າງກຳລັງປະກອບອາວຸດທະຫານເຂດ 9 ຕາມທິດປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວ - ảnh 1ທ່ານນາງປະທານປະເທດ ດັ້ງທິງອກທິ້ງ 

ອະດີດເລຂາທິການໃຫຍ່ ເລຂາຟຽວ, ອະດີດປະທານປະເທດ ເລດືກແອງ, ອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ອະດີດຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ເຂົ້າຮ່ວມການພົບປະ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາງ ດັ້ງທິງອກທີ້ງ, ຮອງປະທານປະເທດ ໄດ້ສະເໜີໃຫ້ອົງຄະນະພັກ ແລະ ກຳລັງປະກອບອາວຸດທະຫານເຂດ 9 ປັບປຸງ, ກໍ່ສ້າງພັກໃຫ້ໝັ້ນຄົງ ເຂັ້ມແຂງ ເປັນປະຈຳ, ພ້ອມກັນນັ້ນ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງດ້ານເສດຖະກິດ ກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກັບ ເສດຖະກິດ, ລະຫວ່າງ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ, ສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ຢ່າງໜັກແໜ້ນ, ສ້າງກຳລັງປະກອບອາວຸດເຂດທະຫານຕາມທິດປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ