ສ້າງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຈາກ​ມາດ​ຕະ​ຖານ​ຄຸນ​ນະ​ພາບ​ຕະຫຼອດ​ຮອດ​ຄວາມເຊື່ອ​ໝັ້ນ​ຂອງ ຜູ້​ບໍ​ລິ​ໂພກ

(VOVWORLD) -ໂຄງການນອນໃນບັນດາກອງປະຊຸມສຳມະນາກ່ຽວກັບລະບົບການສະໜອງສະບຽງອາຫານ ທີ່ປອດໄພ - ໂພສະນະການ - ຍືນຍົງ ໃນຕົວເມືອງໂດຍ Rikolto ສົມທົບກັບ WISE  ຈັດຕັ້ງເພື່ອແນໃສ່ເປົ້າໝາຍປົວແປງລັກສະນະແບບຍືນຍົງ ຂອງລະບົບສະບຽງອາຫານເວົ້າລວມ ແລະ ຂອງລະບົບມູນຄ່າເວົ້າສະເພາະ.



ສ້າງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຈາກ​ມາດ​ຕະ​ຖານ​ຄຸນ​ນະ​ພາບ​ຕະຫຼອດ​ຮອດ​ຄວາມເຊື່ອ​ໝັ້ນ​ຂອງ ຜູ້​ບໍ​ລິ​ໂພກ - ảnh 1ກອງປະຊຸມສຳມະນາ “ສ້າງຄຸນຄ່າຜະລິດຕະພັນຈາກມາດຕະຖານຄຸນນະພາບຕະຫຼອດຮອດຄວາມເຊື່ອໝັ້ນຂອງ ຜູ້ບໍລິໂພກ” (ພາບ:  ticketgo.vn)

ກອງປະຊຸມສຳມະນາ “ສ້າງຄຸນຄ່າຜະລິດຕະພັນຈາກມາດຕະຖານຄຸນນະພາບຕະຫຼອດຮອດຄວາມເຊື່ອໝັ້ນຂອງ ຜູ້ບໍລິໂພກ” ຈະໄດ້ດຳເນີນໃນຕອນບ່າຍວັນທີ 31 ສິງຫາ ຕາມຮູບການທາງໄກ ໃນ ໂປແກຼມ Zoom. ແຂກຖືກເຊີນມີທ່ານນາງ ຫວູທິມິງງອກ - ຮອງຫົວໜ້າກົມໃຫຍ່ - ກົມຄຸ້ມຄອງການຕະຫຼາດ, ທ່ານ ຫວູວັນຈຸງ - ສະມາຄົມປົກປ້ອງຜູ້ບໍລິໂພກ ຫວຽດນາມ, ທ່ານນາງ ຫງວຽນທິເວິນ ຫົວໜ້າຫ້ອງວ່າການດຳເນີນທຸລະກິດ ສູນດຳເນີນທຸລະກິດ ຕະຫຼາດໃຫຍ່ທາງທິດໃຕ້, ຜູ້ຕາງໜ້າບັນດາຫົວໜ່ວຍຜະລິດຕ່າງໆ.

ໂຄງການນອນໃນບັນດາກອງປະຊຸມສຳມະນາກ່ຽວກັບລະບົບການສະໜອງສະບຽງອາຫານ ທີ່ປອດໄພ - ໂພສະນະການ - ຍືນຍົງ ໃນຕົວເມືອງໂດຍ Rikolto ສົມທົບກັບ WISE  ຈັດຕັ້ງເພື່ອແນໃສ່ເປົ້າໝາຍປົວແປງລັກສະນະແບບຍືນຍົງ ຂອງລະບົບສະບຽງອາຫານເວົ້າລວມ ແລະ ຂອງລະບົບມູນຄ່າເວົ້າສະເພາະ.

ບັນດາການປຶກສາຫາລືທີ່ກອງປະຊຸມສຳມະນາໄດ້ສຸມໃສ່ເຂົ້າໃນ ບັນດາບັນຫາໃນລະບົບຜະລິດສະບຽງອາຫານໃນປັດຈຸບັນ ຈາກມຸມມອງຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ, ບັນດາໃບຢັ້ງຢືນສະບຽງອາຫານໂດຍທົ່ວໄປ, ບົດບາດຂອງບັນດາໜ່ວຍງານຕີລາຄາມາດຕະຖານ ແລະ ບັນດາອົງການຄຸ້ມຄອງຄຸນນະພາບ, ສິ່ງທ້າທາຍຂອງ ບັນດາຜູ້ຜະລິດໃນການນຳໃຊ້ ແລະ ປະຕິບັດຕາມບັນດາຂໍ້ກຳນົດຄຸນນະພາບ, ບັນດາວິທີການແກ້ໄຂເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນ, ປັບປຸງລະບົບຄຸ້ມຄອງຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ, ພ້ອມກັບບົດບາດຂອງບັນດາຝ່າຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ