\
ສ້າງຕັ້ງຄະນະກຳມະການ ອາຊຽນ ຢູ່ LaHay ໂຮນລັງ
(ພາບ: ອິນເຕີແນັດ)
(vovworld) – ວັນທີ 6/11/2015, ໂດຍໄດ້ຮັບຄວາມເຫັນດີຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດບັນດາປະເທດ ອາຊຽນ ບົນພື້ນຖານຈົດໝາຍຮັບຮອງຂອງທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງ ອາຊຽນ, ຄະນະກຳມະການ ອາຊຽນ ຢູ່ La Hay (ACTH) ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ໂຮນລັງ ເປັນປະທານວາລະປະຊຸມຄັ້ງທີ 1 ຂອງຄະນະກຳມະການ ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ້າອົງການທຸຕານຸທູດ, ບັນດາພະນັກງານການທູດຂອງບັນດາປະເທດສະມາຊິກ ອາຊຽນ ຢູ່ ໂຮນລັງ. ທີ່ວາລະປະຊຸມນີ້, ບັນດາສະມາຊິກ ອາຊຽນ ເປັນເອກະພາບຕໍ່ຈຸດໝາຍ ແລະ ການເຄື່ອນໄຫວຂອງຄະນະກຳມະການ ເພື່ອແນໃສ່ເພີ່ມທະວີໂຄສະນາ, ຍົກສູງພາບພົດຂອງ ອາຊຽນ ຢູ່ ໂຮນລັງ ກໍຄືເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ ອາຊຽນ ແລະ ໂຮນລັງ. ທ່ານ ຫງວຽນວັນດ່ວານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ໂຮນລັງ ໄດ້ຮັບເລືອກຕັ້ງເປັນປະທານໜູນວຽກທຳອິດຂອງຄະນະກຳມະການ ອາຊຽນ ຢູ່ La Hay.