ສ້າງຕັ້ງສູນສັງເກດຕິດ ຕາມກ່ຳປັນຫາປາ

ສ້າງຕັ້ງສູນສັງເກດຕິດ ຕາມກ່ຳປັນຫາປາ - ảnh 1
ພາບປະກອບ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຫາ​ກໍ​ອອກຂໍ້​ຕົກລົງ​ສ້າງ​ຕັ້ງ​ສູນ​ສັງ​ເກດ​ຕິດຕາມກຳ​່ປັນຫາ​ປາ. ສູນ​ໄດ້ນຳ​ໃຊ້​ລະບົບ​ດາວ​ທຽມ​ເພື່ອ​ສັງ​ເກດຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ກ່ຳ​ປັນຫາ​ປາ​​ໃນ​ບັນດາ​ເຂດນານ​ທະ​ເລ​ຂອງ​ຫວຽດນາມ, ກ່ຳ​ປັນຫາ​ປາ​ຂອງ​ຫວຽດນາມ​ເຄື່ອນ​ໄຫວ​ໃນ​ເຂດ​ທະ​ເລ​ສາກົນ, ຄົ້ນພົບບັນດາ​ການ​ກະທຳ​ຫາ​ປາ, ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢ່າງຜິດ​ກົດໝາຍ​ໃນ​ບັນດາ​ເຂດ​ນານທະ​ເລ​ຂອງ​ຫວຽດນາມ. ສູນ​ຍັງຈະ​ສະໜອງ​ຂໍ້​ມູນ​ຂ່າວສານ​ພະຍາກອນ, ກ່າວ​ເຕືອນ​ບັນດາ​ສະພາບ​​ອາກາດ​ບໍ່​ດີ​ບົນ​ທະ​ເລ, ບັນດາ​ອຸປະຕິ​ເຫດ ​ແລະ ບ່ອນ​ທີ່​ກ່ຳ​ປັນຫາ​ປາປະ​ສົບ​​ເຄາະ​ຮ້າຍ, ​ໃຫ້​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ກ່ຳ​ປັນ​ ​ແລະ ຊາວ​ປະມົງ​ຫວຽດນາມ ຖືກພວກ​ຕ່າງປະ​ເທດ​ຈັບ​ກຸ່ມ, ກ່ຳ​ປັນຫາ​ປາ​ຕ່າງປະ​ເທດ​ລ່ວງ​ລ້ຳ​ເຂດນານ​ທະ​ເລ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ