ສ້າງທຸກເງື່ອນໄຂເປັນຢ່າງດີທີ່ສຸດເພື່ອເດັກນ້ອຍໄດ້ພັດທະນາຢ່າງຮອບດ້ານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສືບຕໍ່ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໃນການປົກປ້ອງ ແລະ ເບິ່ງແຍງເດັກເວົ້າລວມ, ການສຶກສາເດັກເວົ້າສະເພາະໃຫ້ມີປະສິດທິຜົນ
ສ້າງທຸກເງື່ອນໄຂເປັນຢ່າງດີທີ່ສຸດເພື່ອເດັກນ້ອຍໄດ້ພັດທະນາຢ່າງຮອບດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂອງຂວັນໃຫ້ບັນດາເຍົາຊະຊົນ, ອະນຸຊົນຢູ່ສູນລ້ຽງດູເບິ່ງແຍງດູແລເດັກພິການຢູ່ ຮ່າໂນ້ຍ
(ພາບ: TTXVN)

        ຕອນເຊົ້າວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາເຍົາຊະຊົນ, ອະນຸຊົນຢູ່ສູນລ້ຽງດູ, ເບິ່ງແຍງດູແລເດັກພິການຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ ແລະ ເດືອນແຫ່ງການກະທຳເພື່ອເດັກນ້ອຍ 2024 (ເດືອນ ມິຖຸນາ ປະຈຳປີ).

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໜີວ່າ:

        “ພວກເຮົາຕ້ອງມີຄວາມຕັດສິນໃຈເປັນຢ່າງສູງກວ່າ, ມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ມີການກະທຳຢ່າງແທດຈິງກວ່າ, ສະຫງວຽນແຫຼ່ງກຳລັງໃຫ້ຫຼາຍກວ່າເພື່ອປະຕິບັດວຽກງານເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກໃນໄລຍະຈະມາເຖິງ. ແຕ່ລະຄອບຄົວຈົ່ງເປັນຊາຍຄາເຕັມໄປດ້ວຍຄວາມອົບອຸນ ເພື່ອໃຫ້ພວກຫຼານໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ, ຮູ້ສຶກປອດໄພ ແລະ ມີຄວາມຜາສຸກ. ທັງປະຊາຄົມ, ສັງຄົມ ຈົ່ງມີການກະທຳຢ່າງແທດຈິງ ດ້ວຍຄວາມຮັບຜິດຊອບຢ່າງສູງສຸດ; ດ້ວຍນ້ຳໃຈໃກ້ຊິດສະໜິດສະໜົມທີ່ສຸດ ແລະ ມີດວງໃຈແຫ່ງຄວາມຮັກແພງ”.

        ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສືບຕໍ່ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໃນການປົກປ້ອງ ແລະ ເບິ່ງແຍງເດັກເວົ້າລວມ, ການສຶກສາເດັກເວົ້າສະເພາະໃຫ້ມີປະສິດທິຜົນ; ຍູ້ແຮງການຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບຄົນພິການ, ໃນນັ້ນມີນັກຮຽນເປັນຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ