ສ້າງນະໂຍບາຍວິທະຍາສາດເຕັກໂນໂລຢີແມ່ນພື້ນຖານເພື່ອໃຫ້ປັນຍາຊົນເຄື່ອນໄຫວ

ສ້າງນະໂຍບາຍວິທະຍາສາດເຕັກໂນໂລຢີແມ່ນພື້ນຖານເພື່ອໃຫ້ປັນຍາຊົນເຄື່ອນໄຫວ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫງວຽນ​ທ້ຽນ​ເຍີນ
(ພາບ​ປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 4/3, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ມີ​ການ​ໂອ້​ລົມ​ກັບ​ບັນ​ດາ​ສະ​ມາ​ຊ​ິກ​ສະ​ໂມ​ສອນ ທັງ​ລອງ, ຮ່າ​ໂນ້ຍ, ເຊິ່ງ​ແມ່ນ​ແຫ່ງ​ດຳ​ເນີນ​ຊີ​ວິດ​ຂອງ​ພະ​ນັກ​ງານ​ຂັ້ນ​ກາງ ແລະ ຂັ້ນ​ສູງ ​ທີ່ໄດ້​ກິນ​ເບ້ຍ​ບຳ​ນານ. ເມື່ອ​ໂອ້​ລົມ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຫວຽດ​ນາມ ບັ​ນ​ລຸ​ໄດ້ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ: ​​ລະ​ດັບເຕີບ​ໂຕ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ 7%, ອັດ​ຕາ​ຄົນ​ງານ​ຜ່ານ​ການ​ບຳ​ລຸ​ງ​ສ້າງ​ກ່​ວາ​ບັນ​ລຸ 50%.  ເມື່ອ​ເຕື້ອງ​ເຖິງ​ບັນ​ຫາ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງຫຼວງ, ທ່ານ ຫງວຽນ​ທ້ຽນ​ເຍີນ, ຊີ້​ແຈ້ງວ່າ: ຕໍ່​ສູ້​ປ​້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ຂົງ​ເຂດ​ໂດຍ​ພັກ, ລັດ​ເອົາ​ໃຈ​ໃສ່​ທີ່​ສຸດ. ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ມີ​ມະ​ຕິ​ສະ​ເພາະ​ກ່ຽວ​ກັບ​ບັນ​ຫານີ້. ກ່ຽວ​ກັບ​ເລື່ອງ​ແນວ​ໂຮມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຖັນ​ແຖວ​ປັນ​ຍາ​ຊົນ, ທ່ານ ຫງວຽນ​ທ້ຽນ​ເຍີນ, ໃຫ້​ຮູ້​ວ່າ:

        “ແນວ​ໂຮມ​ປະ​ເທດ​ຊາດ​ນຳ​ໃຊ້​ບັນ​ດາ​ໝູ່​ຄະ​ນະ, ສະ​ຫະ​ພັນ​ເພື່ອ​ຕິດ​ຕາມກວດ​ກາ ​ການປະ​ຕິ​ບັດ​ນະ​ໂຍ​ບາຍ​ວິ​ທະ​ຍາ​ສາດ ເຕັກ​ນິກເປັນ​ຢ່າງ​ດີ, ປ່ຽນ​ໃໝ່​ນະ​ໂຍ​ບາຍ​ໄຈ້​ແຍກ​ຕີ​ລາ​ຄາ​. ແນວ​ໂຮມ​ປະ​ເທດ​ຊາດ ກໍ່​ຍູ​້​ແຮງ​ການ​ຈັດ​ຕັ້ງ​ບັນ​ດາ​ເວ​ທີ​ປ​າ​ໄສ, ຂໍ້​ສະ​ເໜີ​ແນະ​ເພື່ອ​ໃຫ້​ຖັນ​ແຖວ​​ປັນ​ຍາ​ຊົນ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ປະ​ເທດ​ຊາດ. ຄາດ​ວ່າ​ຮອດ​ວັນ​ທີ 30/4 ຈະ​ມາ​ເຖິງ, ແນວ​ໂຮມ​ປະ​ເທດ​ຊາດ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່​ຽວ​ກັບ​ຂໍ້​ລິ​ເລີ່ມ​ຂອງ​ປັນ​ຍ​າ​ຊົນ​ໃນ​ການປະ​ກອບ​ສ່ວນກໍ່​ສ້າງ​ປະ​ເທດ​ຊາດ. ພ້ອມ​ທັງ​ມີ​ຂໍ້​ສະ​ເໜີ​ແນະ​ເພື່ອ​ໃຫ້​ລັດ​ຖະ​ບານ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ເພີ່ມ​ທະ​ວີ​​​ໃຫ້​ວຽກ​ງານ​ຄົ້​ນ​ຄ້​ວາ​ວິ​ທະ​ຍາ​ສາດ, ເພີ່ມ​ທະ​ວີ​ການ​ເຊີດ​ຊູ​ປັນ​ຍາ​ຊົນ​ ສ້າງ​ແບບ​ຢ່າງ​ໃຫ້​ແກ່​ລຸ້ນ​ໜຸ່ມ.”


ຂ່າວ/ບົດ​ອື່ນ