ສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ລາວ

(VOVWORLD) -ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນ, ຕັດສິນໃຈປົກປັກຮັກສາ ແລະ ເພີ່ມພູມຄູນສ້າງ, ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ລາວ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ລາວ
(ພາບ: TTXVN)

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ລາວ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນ, ຕັດສິນໃຈປົກປັກຮັກສາ ແລະ ເພີ່ມພູມຄູນສ້າງ, ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. 2 ຝ່າຍຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ກຳລັງແຮງພາຍໃນເພື່ອຮ່ວມມືດ້ານການຄ້າ, ການລົງທຶນໃຫ້ມີບາດກ້າວບຸກທະລຸໃໝ່, ກາຍເປັນເສົ້າຄ້ຳໝັ້ນແກ່ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ; ເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ພ້ອມກັນສົມທົບກັນຊອກຫາແຫຼ່ງທຶນສາກົນໃຫ້ແກ່ບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງເສດຖະກິດຈຸດສຸມຂອງ ລາວ ກັບທະເລ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງ, ການແລກປ່ຽນການຄ້າສາກົນ, ເປັນເຈົ້າຕົນເອງໃນການພັດທະນາ, ຍືນຍົງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ