ສ້າງພື້ນຖານບໍລິຫານລັດຖະການຢ່າງມີ ປະສິດທິຜົນ

ສ້າງພື້ນຖານບໍລິຫານລັດຖະການຢ່າງມີ ປະສິດທິຜົນ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ງ)

(vovworld) - ສ້າງ​ພື້ນຖານ​ບໍລິຫານລັດຖະການຢ່າງ​ມີ​ປະສິດທິ​ຜົນ: ບາດກ້າວ​ບຸກທະລຸແມ່ນ​ສ້າງ​ກົງຈັກ​ພະນັກງານ, ລັດຖະ​ກອນ​ກະ​ທັດ​ລັດ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ງ ​ເມື່ອ​ຕອບ​ຄຳ​ຊັກ​ຖາມຕໍ່​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໃນ​ຕອນ​ເຊົ້າ​ວັນ​ທີ 20/11. ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ​ໃນ 5 ປີຜ່ານມາ, ຈຳນວນ​ລັດຖະກອນ​ເພີ່ມ​​ເກືອບ 15%, ຂຶ້ນ​ເຖິງ 280 ພັນ​ຄົນ. ຈຳນວນ​ພາລະ​ກອນ​ເພີ່ມ​​ເກືອບ 26%, ຂຶ້ນ​ເຖິງ 380 ພັນ​ຄົນ. ສາຍ​​ເຫດ​ແມ່ນຍ້ອນ​ສ້າງ​ຕັ້ງ​ບັນດາ​ຫົວໜ່ວຍ​ໃໝ່ ຫຼື ​ເພີ່ມບົດບາດ​ໜ້າ​ທີ່​ໃຫ້​ບັນດາ​ຫົວໜ່ວຍ​ເກົ່າ. ບາງ​ຂົງ​ເຂດ​ທີ່​ຈຳນວນ​ພາລະ​ກອນ, ລັດຖະກອນ​ເພີ່ມ​ຂຶ້ນ​ແມ່ນ​ຂົງ​ເຂດສິ່ງ​ແວດ​ລ້ອມ, ທີ່​ດິນ, ທະ​ເລ ​ແລະ ​ໝູ່​ເກາະ, ການທ່ອງທ່ຽວ... ​ເພື່ອ​ເໝາະ​ສົມ​ກັບ​ການ​ພັດທະນາຂອງ​ແຕ່ລະ​ຂະ​ແໜງ, ທ້ອງ​ຖິ່ນ. ​ແຕ່​ວ່າ, ທ່ານ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ​ຖື​ວ່າ ​ເພື່ອ​ຍົກ​ສູງ​ປະ​ສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງພື້ນຖານ​ບໍລິຫານລັດຖະການອົງ​ປະກອບ​ຂອງ​ຖັນ​ແຖວ​ນີ້ຕ້ອງກະ​ທັດ​ລັດ​.

        “ທີ​ໜຶ່ງ​ແມ່ນ, ຕ້ອງ​ເຮັດ​ໃຫ້​ອົງ​ປະກອບກະ​ທັດ​ລັດ, ສຸມ​ໃສ່​​ແຕ່ລະ​ວຽກ​ງານ, ກຳນົດ​ທີ່​ຕັ້ງ​​ວຽກ​ງານ ພ້ອມ​ທັງ​ເພີ່ມ​​ເຕີ່​ມ, ປັງ​ປຸງມາດ​ຖານນັ້ນສຳລັບ​ລັດຖະກອນ, ​ເພີ່ມ​ເຕີ່ມມາດຖານ​ຕີ​ລາຄາພະນັກງານ​ລັດຖະກອນ, ພາລະ​ກອນ​​ໃນ​ແຕ່ລະ​ປີ ບົນ​ພື້ນຖານ​ນັ້ນ​ຈະ​ປະຕິ​ບັດ​ນັບ​ແຕ່​ຂັ້ນ​ສູນ​ກາງລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ. ​ໃນ​ຕໍ່ໜ້າ​, ນັບແຕ່​ນີ້​ຮອດ​ປີ 2016 ບໍ່​ເພີ່ມ​ບັນຈຸ, ລັດຖະກອນ, ບໍ່​ເພີ່ມ​ພາລະ​ກອນ​ເວັ້ນ​ເສຍ​ແຕ່ກໍລະນີ​ພິ​ເສດ. ປະຕິບັດ​ການ​ຄຸ້ມ​ຄອງ​ບັນຈຸພະນັກງານ​ເປັນ​ເອກະ​ພາບ​ຂອງ​ທັງ​ລະບົບ​ການ​ເມືອງ”.

ນອກຈາກ​ເລື່ອງ​​ເຮັດ​ໃຫ້​ກົງ​ຈັກ​​ກະທັດ​ລັດແລ້ວ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ງ ກໍ່ຖື​ວ່າ: ຍົກ​ສູງ​ຄຸນ​ນະພາ​ບພະນັກງານ​ລັດຖະກອນ, ຕີ​ລາຄາ​ແບ່ງ​ປະ​ເພດ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ສ້າງ​ພື້ນຖານ​ບໍລິຫານ​ລັດຖະການ​ຢ່າງ​ມີ​ປະສິດທິ​ຜົນ:

    “​ເວລາ​ມໍ່ໆ​ມາ​ນີ້, ວຽກ​ງານ​​ຮັບ​ສະໝັກ​ມີ​ແຜນ​ຮ່າງ​ປ່ຽນ​ໃໝ່​ວິທີ​ຮັບ​ສະໝັກ​ລັດຖະກອນ, ​​ເຊິ່ງໄດ້​ຮັບ​ການປະຕິບັດ​ດ້ວຍ​ຄອມ​ພິວ​ເຕີ​ 3 ໃນ 5 ບົດສອບ​ເສັງ. ​ສິ່ງ​ດັ່ງ​ກ່າວ​ພວມ​​ປະຕິບັດ​ທົດ​ລອງ​ໃນ​ທົ່ວ​ປະ​ເທດ. ພວກ​ຂ້າພະ​ເຈົ້າ​ພວມ​ມານະ​ພະຍາຍາມ​ເພີ່ມ​ຫົວ​ບົດ, ​ບົດສອບ​ເສັງ, ​ເພີ່ມ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ການກວດກາ​ກ່ອນ ​ແລະ ຫຼັງ​ການ​ເສັງ”

    ​ໄປ​ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ກໍ່​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ສືບ​ຕໍ່​ປະຕິບັດ​ໂຄງການ​ສັງ​ລວມປະຕິ​ຮູບ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2011 – 2020, ສືບ​ຕໍ່​ປະຕິ​ຮູບ​ລະບອບ​ລັດຖະການ.

    ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ງ ສືບ​ຕໍ່​ຕອບ​ຄຳ​ຊັກ​ຖາມ​ຂ​ອງ ສສຊ. ຈາກ​ນັ້ນ, ​ແມ່ນ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ບັກ​ຊອນ.


ຂ່າວ/ບົດ​ອື່ນ