ສ້າງພື້ນຖານໃຫ້ການຄ້າເອເລັກໂຕນິກ ໄຕງວຽນ ພັດທະນາ

(VOVWORLD) -ລາຍການລວມມີການເຄື່ອນໄຫວທີ່ກ່ຽວຂ້ອງຫຼາຍຢ່າງ ແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການຄ້າເອເລັກໂຕນິກຂອງເຂດ ໄຕງວຽນ ໃຫ້ພັດທະນາ.
ສ້າງພື້ນຖານໃຫ້ການຄ້າເອເລັກໂຕນິກ ໄຕງວຽນ ພັດທະນາ - ảnh 1ລາຍການ “ສ້າງພື້ນຖານການຄ້າເອເລັກໂຕນິກ ໄຕງວຽນ”
(ພາບ: Vietnam+)

ດ້ວຍຈຸດປະສົງບຳລຸງສ້າງກ່ຽວກັບການຄ້າເອເລັກໂຕນິກລົງເລິກໃຫ້ບັນດາວິສາຫະກິດ, ຄອບຄົວດຳເນີນທຸລະກິດຂະໜາດກາງ ແລະ ນ້ອຍໃນບໍລິເວນ 5 ແຂວງ ໄຕງວຽນ, ລາຍການ “ສ້າງພື້ນຖານການຄ້າເອເລັກໂຕນິກ ໄຕງວຽນ” ໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດ, ຜ່ານການບຳລຸງສ້າງຄວາມຮູ້, ຜັນຂະຫຍາຍການເຄື່ອນໄຫວພັດທະນາການຄ້າເອເລັກໂຕນິກ. ນີ້ແມ່ນຂໍ້ມູນທີ່ເປັນໜ້າເອົາໃຈໃສ່ ເຊິ່ງໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບລາຍການ “ສ້າງພື້ນຖານການຄ້າເອເລັກໂຕນິກ ໄຕງວຽນ” ໂດຍກົມການຄ້າເອກເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 19 ກໍລະກົດ, ຢູ່ ຮ່າໂນ້ຍ.

        ລາຍການລວມມີການເຄື່ອນໄຫວທີ່ກ່ຽວຂ້ອງຫຼາຍຢ່າງ ແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການຄ້າເອເລັກໂຕນິກຂອງເຂດ ໄຕງວຽນ ໃຫ້ພັດທະນາ. ທ່ານ ຫງວຽນວັນແທັງ, ຫົວໜ້າສູນພັດທະນາການຄ້າເອເລັກໂຕນິກ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໜູນຊ່ວຍໃຫ້ປະຊາຄົມວິສາຫະກິດໃນບໍລິເວນແຂວງເຂດ ໄຕງວຽນ ຜັນຂະຫຍາຍການນຳໃຊ້ການເຄື່ອນໄຫວຂາຍສິນຄ້າທາງອອນລາຍ, ເຮັດແນວໃດເພື່ອບຳລຸງສ້າງພະນັກງານ, ພາລະກອນໃນວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດມີຄວາມຮູ້ພື້ນຖານ, ລົງເລິກເພື່ອສາມາດຂາຍສິນຄ້າທາງອອນລາຍໃຫ້ເປັນຢ່າງດີກວ່າ. ພວກຂ້າພະເຈົ້າປາດຖະໜາວ່າ ລາຍຮັບຈາກການຂາຍສິນຄ້າຢູ່ເຂດ ໄຕງວຽນ ຈະດີກວ່າ ແລະ ຈະໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ພັດທະນາຢ່າງແຮງ”.

ຕອບກັບ

ຂ່າວ/ບົດ​ອື່ນ