ພາບປະກອບ:internet |
(vovworld)- ຕອນເຊົ້າວັນທີ 17/9, ຢູ່ ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບກະຊວງແຮງງານ ອາເມລິກາ ແລະ ອົງການແຮງງານສາກົນ (ILO) ຈັດຕັ້ງກອງປະຊຸມສຳມະນາແຫ່ງຊາດ “ສ້າງໂຄງການຫນູນຊ່ວຍກຳລັງຄວາມສາມາດປ້ອງກັນເຫດ ແລະ ຫລຸດຜ່ອນແຮງງານເດັກຢູ່ ຫວຽດນາມ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ໃນຊຸມປີຜ່ານມາ, ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການປົກປ້ອງ ແລະ ເບີ່ງແຍງເດັກນ້ອຍເວົ້າລວມ ກໍຄືປ້ອງກັນເຫດ, ຫລຸດຜ່ອນແຮງງານເດັກເວົ້າສະເພາະ. ໂຄງການນີ້ປະກອບສ່ວນຊ່ວຍຍົກສູງກຳລັງຄວາມສາມາດ, ຄວາມຮັບຮູ້ກ່ຽວກັບການປ້ອງກັນເຫດ, ຫລຸດຜ່ອນແຮງງານເດັກຢູ່ທຸກຂັ້ນ ແລະ ໃນອົງການກ່ຽວຂ້ອງກໍຄືໃນປະຊາຄົມວິສາຫະກິດ ແລະ ທົ່ວສັງຄົມ.