ສາດ​ສະ​ດ​າ​ຈານ ຄົນຫວຽດ​ນາມ ໄດ້​ຮັບ​ລາງວັນອັນ​ຊົງກຽດ ຂອງ​ສະ​ຫະ​ພັນ​ສາ​ກົນ​​ເຄ​ມີພື້ນ​ຖານ ແລະ ເຄ​ມີ​ປະ​ຍຸກ

(VOVWORLD) -ຜູ້ທີ່ໄດ້ຮັບສ້າງວັນຈາກ IUPAC ແມ່ນ ຍ້ອນມີຜົນງານດີເດັ່ນໃນການຄົ້ນຄ້ວາເຄມີພື້ນຖານ ແລະ ເຄມີປະຍຸກ, ຜົນງານພົ້ນເດັ່ນໃນການສິດສອນ, ການສຶກສາບຳລຸງສ້າງ ແລະ ຄວາມສາມາດໃນການຊີ້ນຳ, ຄຸ້ມຄອງດີເດັ່ນໃນວິທະຍາສາດເຄມີ.
ສາດ​ສະ​ດ​າ​ຈານ ຄົນຫວຽດ​ນາມ ໄດ້​ຮັບ​ລາງວັນອັນ​ຊົງກຽດ ຂອງ​ສະ​ຫະ​ພັນ​ສາ​ກົນ​​ເຄ​ມີພື້ນ​ຖານ ແລະ ເຄ​ມີ​ປະ​ຍຸກ - ảnh 1ທ່ານນາງ ສາດສະດາຈານ ຫງວຽນທິກິມແທັງ (ພາບ:  TTXVN)

ທ່ານນາງ ສາດສະດາຈານ ຫງວຽນທິກິມແທັງ, ສັງກັດມະຫາວິທະຍາໄລ University College London – UCL (ລາຊະອານາຈັກ ອັງກິດ), ໄດ້ຮັບລາງວັນ “ແມ່ຍິງດີເດັ່ນໃນຂົງເຂດເຄມີ ຫຼື ເຕັກນິກເຄມີໃນປີ 2023” ພ້ອມກັບນັກວິທະຍາສາດ ຍິງ 11 ຄົນຈາກ: ອາເມລິກາ, ອັງກິດ, ເຢຍລະມັນ, ອີຕາລີ, ຈີນ, ສິງກະໂປ, ອິນເດຍ, ບຣາຊິນ, ຍີ່ປຸ່ນ ແລະ ແບນຊິກ ຈາກ ສະຫະພັນສາກົນເຄມີພື້ນຖານ ແລະ ເຄມີປະຍຸກ (IUPAC). ພິທີ່ມອບລາງວັນຈະໄດ້ຈັດຂຶ້ນຢູ່ກອງປະຊຸມໃຫຍ່ເຄມີໂລກ IUPAC, ຄາດວ່າຈະດຳເນີນໃນເດືອນ ສິງຫາ 2023.

        ຜູ້ທີ່ໄດ້ຮັບສ້າງວັນຈາກ IUPAC ແມ່ນ ຍ້ອນມີຜົນງານດີເດັ່ນໃນການຄົ້ນຄ້ວາເຄມີພື້ນຖານ ແລະ ເຄມີປະຍຸກ, ຜົນງານພົ້ນເດັ່ນໃນການສິດສອນ, ການສຶກສາບຳລຸງສ້າງ ແລະ ຄວາມສາມາດໃນການຊີ້ນຳ, ຄຸ້ມຄອງດີເດັ່ນໃນວິທະຍາສາດເຄມີ.

ຕອບກັບ

ຂ່າວ/ບົດ​ອື່ນ