ສານຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ໄດ້ສົ່ງສານຊົມເຊີຍເຖິງທ່ານນາຍົກລັດຖະມົນຕີ Anthony Albanese

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (26 ກຸມພາ 1973 – 26 ກຸມພາ 2023), ວັນທີ 26 ກຸມພາ, ທ່ານນາງ ຫວໍທິແອັງຊວນ ຮັກສາການປະທານປະເທດ ຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຜູ້ມີອຳນາດເຕັມ David Hurley; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ໄດ້ສົ່ງສານຊົມເຊີຍເຖິງທ່ານນາຍົກລັດຖະມົນຕີ Anthony Albanese; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ສົ່ງສານຊົມເຊີຍເຖິງທ່ານ ປະທານສະພາສູງ Sue Lines ແລະ ທ່ານປະທານສະພາຕ່ຳ Milton Dick.

          ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ສົ່ງສານຊົມເຊີຍເຖິງຄູ່ຕຳແໜ່ງ ອົດສະຕາລີ ທ່ານ Penny Wong ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ