ສານປີໃໝ່ 2018 ຂອງການນຳປະເທດຕ່າງໆ

(VOVWORLD) - ຄວາມສຳຄັນຂອງການເຈລະຈາ ລັດເຊຍ - ອາເມລິກາ, ຕາມການນຳ ລັດເຊຍ ແລ້ວ, ພື້ນຖານເພື່ອພັດທະນາການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ຕ້ອງແມ່ນບັນດາຫຼັກການຍຸຕິທຳ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ
ສານປີໃໝ່ 2018 ຂອງການນຳປະເທດຕ່າງໆ - ảnh 1 ທ່ານປະທານາທິບໍດີ ລັດເຊຍ V.Putin

ວັນທີ 30 ທັນວາ, ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ສົ່ງໂທລະເລກອວຍພອນປີໃໝ່ເຖິງບັນດາການນຳໃນໂລກ, ບັນດາຜູ້ນຳໜ້າລັດຖະບານຕ່າງປະເທດ ແລະ ບັນດາການນຳອົງການຈັດຕັ້ງສາກົນ. ໃນສານສົ່ງເຖິງທ່ານປະທານາທິບໍດີ ອາເມລິກາ Donald Trupm, ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ: ຄວາມສຳຄັນຂອງການເຈລະຈາ ລັດເຊຍ - ອາເມລິກາ, ຕາມການນຳ ລັດເຊຍ ແລ້ວ, ພື້ນຖານເພື່ອພັດທະນາການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ຕ້ອງແມ່ນບັນດາຫຼັກການຍຸຕິທຳ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ສິ່ງດັ່ງກ່າວຈະອະນຸຍາດໃຫ້ມຸ່ງໄປເຖິງການສ້າງຕັ້ງການຮ່ວມມືແທດຈິງ ແລະ ຍາວນານ. ໃນສານອວຍພອນສົ່ງເຖິງທ່ານປະທານາທິບໍດີ ຊີຣີ Basar al – Asad, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ມົດສະກູ ຈະສືບຕໍ່ໜູນຊ່ວຍ Damascus ໃນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ກໍ່ຄືການສືບຕໍ່ວິວັດທະນາການໄກ່ເກ່ຍທາງດ້ານການເມືອງ. ການນຳ ລັດເຊຍ ຫວັງວ່າ ໃນປີຈະມາເຖິງ, ຊີຣີ ຈະສືບຕໍ່ປ່ຽນແປງພື້ນຖານໃຫ້ດີກ່ວາ.

        ເນື່ອງໃນໂອກາດປີໃໝ່, ທ່ານປະທານາທິບໍດີ ລັດເຊຍ V.Putin ກໍ່ສົ່ງສານອວຍພອນປີໃໝ່ເຖິງທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ. ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຫວຽດນາມ ໄດ້ພັດທະນາຍິ່ງໆຂຶ້ນ ແລະ ເຊື່ອໝັ້ນວ່າການປະຕິບັດບັນດາຂໍ້ຕົກລົງບັນລຸໄດ້ໃນວິວັດການເຈລະຈາລະຫວ່າງ ການນຳ 2 ຝ່າຍຢູ່ ມົດສະກູ ແລະ ການພົບປະຢູ່ ດ່ານັ້ງ ຈະສ້າງເງື່ອນໄຂພັດທະນາບັນດາການພົວພັນຂອງ 2 ປະເທດ, ໜູນຊ່ວຍ 2 ປະເທດປັບປຸງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ອາຊີ - ປາຊີຟິກ.

ສານປີໃໝ່ 2018 ຂອງການນຳປະເທດຕ່າງໆ - ảnh 2 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ສີຈິ້ນຜິງ 

        ຈາກປະເທດ ຈີນ, ວັນທີ 31 ທັນວາ, ທ່ານປະທານປະເທດ ສີຈິ້ນຜິງ ຖະແຫຼງວ່າ: ທ່ານກຽມພ້ອມຮ່ວມແຮງຮ່ວມໃຈກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍຸດທະສາດ 2 ຝ່າຍ, ກໍ່ຄືເປີດກ້ວາງການຮ່ວມມືແທດຈິງ 2 ຝ່າຍໃນທຸກດ້ານ. ທ່ານປະທານປະເທດ ຈີນ ເນັ້ນໜັກວ່າ ປີ 2018 – 2019 ຈະແມ່ນປີຮ່ວມມື ແລະ ແລກປ່ຽນລະຫວ່າງ 2 ປະເທດຢູ່ຂັ້ນທ້ອງຖິ່ນ, ຕາມນັ້ນແລ້ວ, ບັນດາເຫດການນີ້ແນ່ນອນວ່າຈະຊຸກຍູ້ການພົວພັນແລກປ່ຽນຂັ້ນທ້ອງຖິ່ນລະຫວ່າງ ຈີນ ແລະ ລັດເຊຍ, ພ້ອມທັງໂຄສະນາແນວຄວາມຄິດທັງ 2 ຝ່າຍມີການພົວພັນມິດຕະພາບໝັ້ນຄົງຍາວນານ ກໍ່ຄືເດີນຕາມການພັດທະນາ ແລະ ຄວາມວັດທະນາຖາວອນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ