ປະທານາທິບໍດີລັດເຊຍ ປູຕິນ |
(vovworld)- ຮຸ້ງເຊົ້າວັນທີ 1/1/2016, ປະທານາທິບໍດີ ຝະລັ່ງ Francois Hollande ໄດ້ມີບົດປາໄສເນື່ອງໃນໂອກາດ ຕ້ອນຮັບປີໃໝ່ ຄ.ສ 2016. ໃນສານທີ່ສົ່ງເຖິງຊາວຝະລັ່ງທຸກຖ້ວນໜ້າ, ປະທານາທິບໍດີ ຝະລັ່ງ Francois Hollande ໄດ້ເນັ້ນໜັກເຖິງໄພເກີດການກໍ່ການຮ້າຍຄັ້ງໃໝ່. ປະທານາທິບໍດີ ຝະລັ່ງ Francois Hollande ໄດ້ຖືວ່າ ໜ້າທີ່ສຳຄົນກວ່າໝູ່ໃນປະຈຸບັນ ແມ່ນຕ້ອງປ້ອງກັນພົນລະເມືອງຝະລັ່ງ.
ໃນວັນດຽວກັນ, ໃນສານຕ້ອນຮັບປີໃໝ່ ຄ.ສ 2016, ອົງສັນທະປະປາ Francis ໄດ້ຮຽກຮ້ອງສື່ມວນຊົນສາກົນ ຈົ່ງໃຫ້ຂ່າວທີ່ຕັ້ງໜ້າຢ່າງຫຼວງຫຼາຍ ແທນທີ່ຂ່າວຮ້າຍທີ່ກໍ່ຄວາມສະຫຍົດສະຫຍອງໃຫ້ແກ່ມວນຊົນ.
ກ່ອນໜ້ານັ້ນ, ປະທານາທິບໍດີລັດເຊຍ ປູຕິນ ກໍໄດ້ມີບົດປາໄສເນື່ອງໃນໂອກາດ ຕ້ອນຮັບປີໃໝ່ ຄ.ສ 2016 , ໃນນັ້ນ ທ່ານໄດ້ເນັ້ນໜັກເປັນພິເສດເຖິງນ້ຳໃຈສາມັກຄີຂອງຊາວລັດເຊຍ ແລະ ສະແດງໃຫ້ເຫັນຄວາມພ້ອມແລ້ວຮັບມືກັບສິ່ງທ້າທາຍໃນປະຈຸບັນ.