ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ

(VOVWORLD) -ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ
ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ - ảnh 1(ສື່ມວນຊົນຝລັ່ງ ລ້ວນແຕ່ຖືນີ້ແມ່ນເຫດຮ້ອງຟ້ອງປະຫວັດສາດ)

ຕອນເຊົ້າວັນທີ 25 ມັງກອນ, ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ, ໃນນັ້ນມີ Dow Chemical ແລະ Bayer-Monsanto, ທີ່ໄດ້ສະໜອງທາດພິດສີສົ້ມດີໂອຊິນ ໃຫ້ແກ່ກອງທັບອາເມລິກາ ທີ່ນຳໃຊ້ໃນສົງຄາມຢູ່ຫວຽດນາມ, ກໍ່ຄວາມເສຍຫາຍເຖິງສຸຂະພາບຢ່າງຮ້າຍແຮງໃຫ້ແກ່ທ່ານນາງ ກໍຄືຜູ້ປະສົບເຄາະຮ້າຍນັບຫຼາຍລ້ານຄົນອື່ນໆ.

        ໃນຕອນເຊົ້າວັນທີ 25 ມັງກອນ, ມີຜູ້ສະໜັບສະໜູນທ່ານນາງ ເຈິ່ນໂຕ໊ງາ ຫຼາຍຄົນໄດ້ມີໜ້າຢູ່ຫ້ອງພິພາກສາ, ນອກນັ້ນຍັງມີນັກການເມືອງຝລັ່ງຫຼາຍທ່ານ, ພິເສດແມ່ນຜູ້ຕາງໜ້າບັນດາພັກຝ່າຍເອີລົບ - ຊີວະພາບ (EELV), ເຊິ່ງແມ່ນກຳລັງການເມືອງທີ່ພວມພົ້ນເດັ່ນຂຶ້ນຢູ່ຝລັ່ງ. ຝ່າຍໂຈດ, ທ່ານນາງ ເຈິ່ນໂຕ໊ງາ, ມີການໜູນຊ່ວຍຂອງທະນາຍຄວາມອາສາສະໝັກ 3 ຄົນ. ພາກໂຕ້ຄວາມດຳເນີນໄປຢ່າງເຄັ່ງຕຶງລະຫວ່າງທະນາຍຄວາມຂອງ 2 ຝ່າຍ. ທ່ານນາງ ເຈິ່ນໂຕ໊ງາ, ຖືວ່າ.

        “ຂ້າພະເຈົ້າຍັງບໍ່ທັນຮູ້ໝາກຜົນຂອງເຫດຮ້ອງຟ້ອງແມ່ນໄປຮອດໄສ, ແຕ່ໃນໄລຍະຜ່ານມາ, ສື່ມວນຊົນຝລັ່ງ ລ້ວນແຕ່ຖືນີ້ແມ່ນເຫດຮ້ອງຟ້ອງປະຫວັດສາດ. ຂ້າພະເຈົ້າຫວັງວ່າ, ມື້ນີ້ຈະແມ່ນມື້ເລີ່ມຕົ້ນໃຫ້ແກ່ການສະໜັບສະໜູນທີ່ນັບມືນັບຫຼາຍຂຶ້ນ ເພື່ອຮຽກຮ້ອງຄວາມຍຸຕິທຳຂອງ ເຈິ່ນໂຕ໊ງາ, ກໍ່ຄືແມ່ນການຮຽກຮ້ອງຄວາມຍຸຕິທຳໃຫ້ແກ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໃນໂລກອີກດ້ວຍ”.

        ວາລະໂຕ້ຄວາມໃນວັນທີ 25 ມັງກອນ, ແມ່ນວາລະເປີດສາກໃຫ້ບັນດາການເຮັດວຽກໃນຊຸມມື້ຈະມາເຖິງ. ມີການແຫ່ຂະບວນຂະໜາດໃຫຍ່ຈະໄດ້ຈັດຂຶ້ນໃນວັນທີ 30 ມັງກອນ ຢູ່ນະຄອນຫຼວງປາຣີ ເພື່ອຮຽກຮ້ອງຄວາມສະໜັບສະໜູນທ່ານນາງ ເຈິ່ນໂຕ໊ງາ ໃນເຫດການນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ