ສານລັດຖະທຳມະນູນ ໄທ ປະຕິເສດຂໍ້ສະເໜີປັບປຸງ ລັດຖະທຳມະນູນ ແລະ ຍຸບເລີກພັກກຳອຳນາດ

ສານລັດຖະທຳມະນູນ ໄທ ປະຕິເສດຂໍ້ສະເໜີປັບປຸງ ລັດຖະທຳມະນູນ ແລະ ຍຸບເລີກພັກກຳອຳນາດ - ảnh 1
(ພາບປະກອບ: AFP)

(vovworld) - ພັກ​ເພື່ອ​ປະ​ເທ​ດ​ໄທ ​ແລະ 5 ພັກ​ໃນ​ສຳພັນ​ທະ​ມິດ​ກຳ​ອຳນາດ​ໄທ ​ບໍ່​ຖືກ​ຍຸບ​ເລີກ​ພາຍຫຼັງ​ວາລະ​ພິພາກສາ​ໃນ​ຕອນ​ບ່າຍ​ວັນ​ທີ 20/11 ຂອງ​ສານ​ລັດຖະທຳ​ມະນູນ. ​ແຕ່​ວ່າ, ຮ່າງ​​ລັດຖະທຳ​ມະນູນ​ສະບັບ​ປັບປຸງກ່ຽວ​ກັບ​ຮູບການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ສູງ​ຖືກ​ສານ ປະຕິ​ເສດ​ຍ້ອນ​ລະ​ເມີດ​ລັດຖະທຳ​ມະນູນ. ຕາມ​ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ​ແລ້ວ, ດ້ວຍ​ຈຳນວນ​ບັດ (ບັດ​ສະໜັບສະໜູນ 6 ບັດ - ບັດ​ຂາວ 3 ບັດ), ສານ​ຖື​ວ່າ ​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ​ດັ່ງກ່າວ​ແມ່ນ​ຜິດ​ກັບ​ບາງ​ມາດຕາ​ຂອງ​ລັດຖະທຳ​ມະນູນ. ​ແລະ​ມີ 5 ​ໃນຈຳນວນ 9 ສະມາຊິກ​ຂອງ​ສານ​ຖື​ວ່າ ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ​ນີ້​ມີ​ເນື້ອ​ໃນ​ສຳຄັນ ຝືນ​ກັບ​ຫຼັກການ​ພື້ນຖານ ​ແລະ ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ທີ່​​ພວມ​ປະກາດ​ໃຊ້ (2007); ສິ່ງ​ທິ່ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ສານ​ບໍ່​ອອກ​ຄຳ​ຕັດສິນກ່ຽວ​ກັບ​ເລື່ອງ​ຍຸບ​ເລີກ​ບັນດາ​ພັກ​ການ​ເມືອງ​ທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ