ຝັ່ງທະເລ Henoko ຂອງ Okinawa,
(ພາບ: Kyodo/ TTXVN)
|
(vovworld) – ວັນທີ 20/12, ສານສູງສຸດ ຍີ່ປຸ່ນ ໄດ້ຮອງຮັບຄຳຕັດສິນຂອງສານຂັ້ນຕ່ຳກ່ວາ ເຊິ່ງສະໜັບສະໜູນແຜນການຂອງອຳນາດການປົກຄອງ ໂຕກຽວ ເພື່ອແນໃສ່ຈັດວາງງຖານທີ່ໝັ້ນການທະຫານຂອງກອງທັບອາກາດຂອງ ອາເມລິກາ Marine Corps ຢູ່ໃນບໍລິເວນໝູ່ເກາະ Okinawa ຄືນໃໝ່, ໂດຍບໍ່ຫົວຊາຕໍ່ຄຳເຫັນຂອງປະຊາຊົນທ້ອງຖິ່ນ ທີ່ທວງໃຫ້ຍ້າຍຖານທີ່ໝັ້ນນີ້ອອກຈາກບໍລິເວນແຂວງ. ຕາມຄຳຕັດສິນຂອງສານສູງສຸດ, ທ່ານ Takeshi Onaga, ເຈົ້າແຂວງ Okinawa ໄດ້ມີ “ການກະທຳຜິດກົດໝາຍ” ໃນເດືອນ 10/2015 ເມື່ອເກັບຄືນຂໍ້ໃຫ້ສັດຕະຍາບັນຂອງເຈົ້າແຂວງລຸ້ນກ່ອນ ກ່ຽວກັບແຜນການຍົກຍ້າຍ, ໃນນັ້ນອະນຸຍາດໃຫ້ຖົມດິນເພື່ອກໍ່ສ້າງຖານທີ່ໝັ້ນແຫ່ງໃຫມ່ຂອງ ອາເມລິກາ. ທ່ານ Onaga ໃຫ້ຮູ້ວ່າ ຈະຖອນຄືນຄຳຕັດສິນດັ່ງກ່າວໂດຍໄວ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຈະຄົ້ນຄ້ວາບັນດາວິທີອື່ນເພື່ອສະກັດກັ້ນແຜນການກໍ່ສ້າງຖານທີ່ໝັ້ນແຫ່ງໃໝ່ຂອງກອງທັບອາກາດ ອາເມລິກາ, ທີ່ເຄີຍ ກໍ່ຄວາມຖົກຖຽງກັນໃນໄລຍະຜ່ານມາ.