ສານສູງສຸດໄທ ອອກຄຳສັ່ງຈັບຕົວ ອະດີດນາຍົກລັດຖະມົນຕີ ທັກສິນ ຊີນນະວັດ

ສານສູງສຸດໄທ ອອກຄຳສັ່ງຈັບຕົວ ອະດີດນາຍົກລັດຖະມົນຕີ ທັກສິນ ຊີນນະວັດ - ảnh 1
ອະດີດ​ນາຍົກລັດຖະມົນຕີ ທັກສິນ ຊີ​ນນະ​ວັດ
(ພາບ: ອີນເຕີແນດ)


(vovworld) -     ວັນ​ທີ່ 11/10, ສານ​ສູງ​ສຸດ​ໄທ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົ​ວອະດີດ​ນາຍົກລັດຖະມົນຕີ ທັກສິນ ຊີ​ນນະ​ວັດ ດ້ວຍ​​ການ​ຜູກ​ໂທດ​ທີ່​ວ່າ​ສວຍ​ໃຊ້​ສິດ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ. ທ່ານ ທັກສິນ ຊີ​ນນະ​ວັດຖືກ​ໂຄ່ນ​ລົ້ມ​ໃນ​ການ​ລັດຖະປະຫານດ້ານ​ການ​ທະຫານ​ເມື່ອປີ 2006 ​ແລະ  ມີ​ຊີວິດ​ພັດ​ຖິ່ນຢູ່​ຕ່າງປະ​ເທດ​ນັບແຕ່​ປີ 2008. ຕາມ​ສານ​ສູງ​ສຸດ​ໄທ ​ແລ້ວ, ອະດີດ​ນາຍົກລັດຖະມົນຕີ ທັກສິນ ຊີ​ນນະ​ວັດ ​ແມ່ນ​ຈຳ​ເລີ​ຍຜູ້ທຳ​ອິດ​ໃນ​ຈຳນວນຈຳ​ເລີຍ 27  ຄົນຖືກ​ກ່າວ​ປະກາດ​ໂທດກ່ຽວຂ້ອງ​ເຖິງ​ບັນດາ​ບ້ວງ​ເງິນ​ກູ້​ຍື່ມຝືນ​ກັບ​ກົດໝາຍ​ຢູ່​ທະນາຄານ ກຸງ​ໄທ ຂອງ​ລັດ. ສານພິພາກສາ​ທ່ານ ທັກສິນ ຈະ​ໄດ້​ດຳ​ເນີນ​ໄປ​ເມື່ອຈຳ​ເລີຍ​ຜູ້​ນີ້​ມີໜ້າ​ຢູ່​ສານ. ​ໂທດ​ສວຍໃຊ້​ສິດ​ອຳນາດ​ຢູ່​​ໄທ ອາດ​ຈະ​ຖືກລົງໂທດ​​ໃຫ້​ຈຳ​ຄຸກ 10 ປີ ​ແລະ ບັນດາ​ໄອ​ຍະ​ການ​ຍັງ​ຮຽກຮ້ອງ​ໃຫ້​ປັບ​ໃໝຈຳ​ນວນ​ເງິນ​ປະມານ 304 ລ້ານ USD.

ຂ່າວ/ບົດ​ອື່ນ