ສານສະຫະລັດສະບັບທຳອິດຂອງປະທານາທິບໍດີອາເມລິກາເລັ່ງໃສ່ດ້ານການຄ້າແລະການເຂົ້າເມືອງ

(VOVWORLD) -ໃນສານສະຫະລັດລົງວັນທີ 30 ມັງກອນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເລັ່ງໃສ່ຂົງເຂດການຄ້າ ແລະ ການເຂົ້າເມືອງ, ທ່ານກໍ່ຈະຊອກຫາການສະໜັບສະໜູນຂອງຝ່າຍປະຊາທິປະໄຕສຳລັບບັນດາບັນຫາດັ່ງກ່າວ.

ສານສະຫະລັດສະບັບທຳອິດຂອງປະທານາທິບໍດີອາເມລິກາເລັ່ງໃສ່ດ້ານການຄ້າແລະການເຂົ້າເມືອງ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: Reuters)

ນີ້ແມ່ນສານສະຫະລັດສະບັບທຳອິດຂອງທ່ານ Trump ໃນຖານະຕຳແໜ່ງເປັນປະທານາທິບໍດີອາເມລິກາ. ດ້ວຍຫົວຂໍ້ວ່າ “ສ້າງປະເທດອາເມລິກາ ໃຫ້ເປັນປະເທດທີ່ປອດໄພ, ເຂັ້ມແຂງ ແລະ ເອກອ້າງຖະນົງໃຈ”, ສານສະຫະລັດຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮັບຄວາມຫວັງວ່າ ຈະວາດພາບເຖິງວິໄສທັດຄືນໃໝ່ກ່ຽວກັບເລື່ອງ “ປະຕິຮູບນ້ຳໃຈອາເມລິກາ” ເຊິ່ງທ່ານເຄີຍຍົກອອກມາໃນບົດກ່າວປາໄສຕໍ່ສະພາສູງ ແລະ ສະພາຕ່ຳອາເມລິກາ ເມື່ອເດືອນ ກຸມພາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ