ສານອີຣັກ ຕັດສິນລົງໂທດປະຫານຊີວິດ ໂດຍບໍ່ມີໜ້າຮອງປະທານາທິບໍດີ Tareq al Hashemi

ສານອີຣັກ ຕັດສິນລົງໂທດປະຫານຊີວິດ ໂດຍບໍ່ມີໜ້າຮອງປະທານາທິບໍດີ Tareq al Hashemi - ảnh 1

ຮອງປະທານາທິບໍດີອີຣັກ Tareq al Hashemi

(ພາບ:laodong.com.vn)

( vovworld ) – ວັນ​ທີ 9/9, ສານ​ອາຍາ​ອີຣັກ ​ໄດ້ຕັດສິນລົງໂທດປະຫານຊີວິດບໍ່​ມີໜ້າຮອງປະທານາທິບໍດີປະ​ເທດ​ນີ້, ທ່ານ Tareq al Hashemi  ຜູ້​ທີ່​ພວມ​ໄປ​ລົບ​ໜີ ຊື່​ງ​ແມ່ນ​ຊາວ​ມຸດ​ສະ​ລິ​ມນະ​ກາຍ​ຊັນ​ນີ ຍ້ອນ​ການ​ກະທຳ​ຜິດ​ຊີ້​ນຳ​ບັນດາ​ກຸ່ມ​ຄາດ​ຕະກອນຕ້ານ​ຄືນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເຂັ່ນຂ້າ​ທະນາຍຄວາມຜູ້ 1 ​ແລະ ວາທີນາຍ​ພົນຜູ້ 1.

   ​ໃນ​ທັນທີ, ຮອງປະທານາທິບໍດີອີຣັກ Tareq al Hashemi ​ໄດ້​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 9/9 ວ່າ​ຈະ​ຕ້ານ​ຄືນ​ການ​ຕັດສິນ​ລົງ​ໂທດ​ແນ່​ໃສ່​ທ່ານ. ກ່າວ​ຄຳ​​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວກກີ Ahmet Davutoglu, ທ່ານຮອງປະທານາທິບໍດີອີຣັກ Tareq al Hashemi ​ໃຫ້​ຮູ້​ວ່າ ຈະ​ຕ້ານ​ຄືນ​ບັນຫາ​ນີ້​ໃນ​​ແຈ້ງ​ການ​ສະບັບ 1 ຢ່າງ​ເປັນທາງ​ການ ​ແລະ ພາຫະນະ​ສື່​ມວນ​ຊົນ​ຕວກກີ​ທັງ​ໝົດ​ຈະ​ຖືກ​ເຊີນ​ເຂົ້າຮ່ວມ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ