ສານອວຍພອນ

ສານອວຍພອນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: Reuters)

(vovworld) - ຫວ່າງ​ແລ້ວ​ນີ້, ພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ​ໄດ້​ສົ່ງ​ສານ​ອວຍພອນ​ມາ​ຍັງທ່ານ ​ເຈີ່ນ​ດ້າຍ​ກວາງ ​ເນື່ອງ​ໃນ​ໂອກາດ​ທ່າ​ນ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ. ​ໃນ​ບັນດາ​ສານ​ອວຍພອນ, ພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນ​ວ່າ: ຍີ່ປຸ່ນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ການ​ພົວພັນ​ມິດຕະພາບ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ.

        ​ເນື່ອງ​ໃນ​ໂອກາດ​ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ, ທ່ານ Park Pong Chu ນາຍົກລັດຖະມົນ​ຕີຄະນະ​ລັດຖະບານ ສປປ ​ເກົາ​ຫຼີ ກໍ​ໄດ້​ສົ່ງ​ສານມາ​ອວຍພອນ.

        ​ເນື່ອງ​ໃນ​ໂອກາດ​ນີ້, ​ເຈົ້າ​ຊີວິດ ບຣູ​​ໄນ Haji Hassanal Bolkiah, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Hwang Kyo – Ahn ​ກໍໄດ້​ສົ່ງ​ສານ​ມາອວຍພອນ. ​ໃນ​ບັນດາ​ສານ​ອວຍພອນ, ການ​ນຳ​ຂັ້ນ​ສູງ​ບັນດາ​ປະ​ເທດ​ອວຍພອນ​ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ມິດຕະພາບ​ຮ່ວມ​ມື​ກັບ ຫວຽດນາມ ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ດີງາມ.

ຂ່າວ/ບົດ​ອື່ນ