ສານອວຍພອນວັນຊາດ ສະຫະລັດ ອາຣັບ ເອມີເລດ ຢູໃນເຕບ

(VOVWORLD) - ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ໄດ້ສົ່ງສານອວຍພອນເຖີງ ທ່ານ Sheikh Khalifa Bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ ຢູໃນເຕບ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດສະຫະລັດ ອາຣັບ ເອມີເລດ ຢູໃນເຕບ ຄົບຮອບ 46 ປີ (2/12/1971 – 2/12/2017), ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ທ່ານ Sheikh Khalifa Bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ ຢູໃນເຕັບ. ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ Sheikh Mohammed Bin Rashid Al Maktoum ນາຍົກລັດຖະມົນຕີ ສະຫະລັດ ອາຣັບ ເອມີເລດ ຢູໃນເຕັບ. ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານ Sheikh Abdullah Bin Zayed Al Nahyan ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ສະຫະລັດ ອາຣັບ ເອມີເລດ ຢູໃນເຕັບ.

ຕອບກັບ

ຂ່າວ/ບົດ​ອື່ນ