ສານອວຍພອນວັນສາກົນສາມັກຄີກັບປະຊາຊົນປາແລສຕິນ


(vovworld) - ​ເນື່ອງ​ໃນ​ໂອກາດວັນ​ສາກົນ​ສາມັກຄີ​ກັບ​ປະຊາຊົນ​ ປາ​ແລສຕິນ ຂອງ​ສະຫະ​ປະຊາ​ຊາດ, ວັນ​ທີ 29/11 ປະຈຳ​ປີ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon, ທ່ານ ປະທານ​ຄະນະ​ກຳມະການ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ການ​ປະຕິບັດ​ສິດ​ບໍ່​ໄດ້​ລ່ວງ​ລະ​ເມີດ​ຢ່າງ​ເດັດຂາດ​ຂອງ​ປະຊາຊົນ ປາ​ແລ​ສຕິນ Fode'Seck ​ແລະ ປະທານາທິບໍດີ ປາ​ແລ​ສຕິນ Mahmoud Abbas. ​ໃນ​ສານ​ອວຍພອນ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້ຢືນຢັນ​ເຖິງ​ການ​ສະໜັບສະໜູນ ​ແລະ ຄວາມ​ສາມັກຄີ​ຂອງ​ລັດ ​ແລະ ປະຊາຊົນ ຫວຽດນາມ ທີ່​ມີ​ຕໍ່​ປະຊາຊົນ ປາ​ແລ​ສຕິນ ​ໃນ​ການ​ຕໍ່ສູ້​ອັນ​ເປັນ​ທຳ ​ແລະ ບັນດາ​ສິດ​ແຫ່ງ​ຊາດ​ພື້ນຖານ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ