ສານໄທ ບໍ່ຍົກເລີກ ຄຳສັ່ງຈັບຕົວຜູ້ນຳຈັດການແຫ່ຂະບວນປະທ້ວງ ສຸເທບ

ສານໄທ ບໍ່ຍົກເລີກ ຄຳສັ່ງຈັບຕົວຜູ້ນຳຈັດການແຫ່ຂະບວນປະທ້ວງ ສຸເທບ - ảnh 1
ສານ​ໄທ ບໍ່​ຍົກ​ເລີກ​ຄຳ​ສັ່ງ​ຈັບ​ຕົວຜູ້​ນຳ​ຈັດການ​​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ
(ພາບປະກອບ)


(vovworld) - ວັນ​ທີ 04/03, ສານ​ອຸທອນ​ໄທ ​ໄດ້​ອອກ​ຄຳ​ຕັດສິນ​ຮັກສາ​ຄຳ​ສັ່ງ​ຈັບ​ຕົວ​ຜູ້ນຳ​ຈັດການແຫ່​ຂະ​ບວນປະ​ທ້ວງ​ສຸ​ເທບ ດ້ວຍ​ການ​ກະທຳ​ຜິດ ປະຕິ​ການ ​ແລະ ກໍ່​ຄວາມ​ວຸ້ນວາຍ. ນີ້​​​ແມ່ນ​ຄັ້ງ​ທີ 2, ທະນາຍຄວາມ​ຂອງ​ທ່ານ ທຸ​ເທບ ຍື່ນສະ​ເໜີ​ຕໍ່​ສານ​ອຸທອນຍົກ​​ເລີກ​ຄຳ​ສັ່ງ​ຈັບ​ຕົວ; ​ແຕ່​ສານ​ອຸທອນ​ໄທ ​ໄດ້​ຢືນຢັນ​ຮັກສາ​ເນື້ອ​ໃນ​ຕັດສິນ​ດັ່ງກ່າວ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ​, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດຊົ່ວ​ຄາວ​ໄທ ສຸຣາພົງ, ​ໃນ​ນາມ​ແມ່ນ​ທີ່​ປຶກສາ​ສູນ​​ປ້ອງ​ກັນຄວາມ​ສະຫງົບ ຖະ​ແຫຼ​ງວ່າ ລັດຖະບານ​ຈະ​ພິຈາລະນາ ​ແກ່ຍາວ​ການ​ປະກາດ​ໃຊ້​ຄ​ຳສັ່ງ​ສະພາວະ​ສຸກ​ເສີນ ​ໂດຍ​ຜູ້ນຳ​ຈັດການແຫ່​ຂະ​ບວນປະ​ທ້ວງ ຍັງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວປິດ​ລ້ອມ​ສຳນັກງານ ​ແລະ ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, ພ້ອມ​ທັງ​ຍັງກໍ່​ໃຫ້​ເກີດ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແນ​ໃສ່​ສຳ​ນັກ​ງານ​ຂອງ​ລັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສຸຣາພົງ ກໍ່​ຮຽກຮ້ອງ​ຜູ້​ບັນຊາ​ການ​ທະຫານ​ບົກ​ໄທ ສະ​ເໜີ​ນຳ​ຕົວ​ທ່ານ​ ສຸ​ເທບ ຂຶ້ນ​ສານ​ດຳ​ເນີນ​ຄະດີ​ອາຍາ ຍ້ອນ​ມີ​ການ​ກະທຳ​ຜິດ​ຄື​ດັ່ງກ່າວ; ພ້ອມ​ທັງ​ສະ​ເໜີ​​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ດຳ​ເນີນ​ທຸລະ​ກິດ ​ໄທ ກໍ່​ຄວາມ​ກົດ​ດັ່ນ​ໃຫ້​ທ່ານ​ສຸ​ເທບ ຢຸດຕິ​ການ​ແຫ່​ຂະ​ບວນປະ​ທ້ວງ ຍ້ອນ​ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ກໍ່​ຄວາມ​​ເສຍ​ຫາຍ​ຕໍ່​ວິ​ສາ​ຫະກິດພາກ​ເອກະ​ຊົນ​ຂຶ້ນ​ເຖິງ 80 ຕື້​ບາດ.

ຂ່າວ/ບົດ​ອື່ນ