ສາມັກຄີສະໜັບສະໜູນປະຊາຊົນຫວຽດນາມ ແລະ ຟີລິບປີນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Haiyan

ສາມັກຄີສະໜັບສະໜູນປະຊາຊົນຫວຽດນາມ ແລະ ຟີລິບປີນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Haiyan - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບຄັ້ງ​ທີ 11
(ພາບ: vietnamplus.vn)


(vovworld) - ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 11 ທີ່​ພວມ​ດຳ​ເນີນ​ຢູ່​ New Dehil, ປະ​ເທດ​ອີນ​ເດຍ, ​ໃນ​ລະຫວ່າງ​ວັນ​ທີ 11 – 12/11, ຫົວ​ໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ສະມາຊິກ ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງ, ຄວາມ​ສາມັກຄີ​ທີ່​​ແຂງ​ແຮງ​ສຳລັບ​ປະຊາຊົນ​ຟີ​ລິບ​ປີນ ​ແລະ ຫວຽດນາມ ທີ່​ພ້ວມ​ຖືກ​ຜົນ​ເສຍ​ຫາຍ, ຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ​ແລະ ຊັບ​ສິນຂອງປະຊາຊົນຍ້ອນ​ພະຍຸ Haiyan ກໍ່​ຂຶ້ນ. ດ້ວຍ​ຈິດ​ໃຈ​ສາມັກຄີ​ອາ​ຊຽນ, ບັນດາ​ຫົວໜ້າ​​ປະ​ເທດ​ສະມາຊິກຕ່າງໆໃນອາ​ຊຽນ ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ ASEM ຕ້ອງ​ສະ​ແດງ​ຄວາມ​ສາມັກຄີ ດ້ວຍ​ວຽກ​ງານ​ອັນ​ລະອຽດ ​ແນ​ໃສ່​ໜູນ​ຊ່ວຍ​ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ດັ່ງກ່າວ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ​ສະມາຊິກ ASEM ​ໄດ້​ປະກາດ​ບັນດາ​ບ້ວງ​ເງິນ​ອຸປະ​ທຳ​ສຳລັບ​ຟີ​ລິບ​ປີນ ​ແລະ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມຫງອກ, ຫົວ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ລັດຖະບານ ​ແລະ ປະຊາ​ຊົນ​ຫວຽດນາມ ທີ່​ມີ​ຕໍ່​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ແບ່ງປັນ​ຂອງບັນດາ​ສະມາຊິກ​ ASEM, ພ້ອມ​ທັງ​​ແຈ້ງໃຫ້ຊາບ​ຂໍ້​ຕົກລົງຂອງຫວຽດນາມ ທີ່​ໜູນ​ຊ່ວຍ​ເງິນຈຳນວນ 100.000 USD ​ໃຫ​້​ແກ່​ປະຊາ​ຊົນຟີ​ລິບ​ປີນ.

        ​ກ່ຽວ​ຂ້ອງ​ເຖິງ​ ພະຍຸ Haiyan, ສະຖານທູ​ດ ຫວຽດນາມ ປະຈຳ​ຟີ​ລິບ​ປີນ ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ມີ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ ຢູ່​ເຂດ Tacloban, ​ແຂວງ Leyte, ປະ​ເທດ​ຟີ​ລິບ​ປີນ, ສະຖານ​ທີ່​ຖືກ​ທຳລາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຍ້ອນ​ພະຍຸ Haiyan ກໍ່​ຂຶ້ນ. ຜ່ານ​ໂທລະ​ສັບ​ສາຍ​ດ່ວນ, ສະຖານທູດໄດ້​ຕິດ​ຕໍ່​ກັບ​ພົນລະ​ເມືອງ​ຫວຽດນາມ ພວມ​ຢູ່ Tacloban ແລ້ວ ​​ແລະ ສະ​ເໜີ​ຊາວ​ຫວຽດນາມ ​ຈຶ່ງມາເຕົ້າ​ໂຮມ​ຢູ່​ໃຈກາງ​ນະຄອນ​ເພື່ອ​ແນ​ໃສ່​ເປັນເງື່ອນໄຂ​ສະດວກ​ໃຫ້​ການ​ຊ່ວຍບັນເທົາທຸກ. ປະຈຸ​ບັນ​ສະຖານທູດ​ໄດ້​ກຽມພ້ອມ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ເພື່ອສົ່ງ​ເຖິງ​ເຂດ Tacloban ​ໃນ​ໄລຍະ​ໄວ້​ທີ່​ສຸດ.

ຂ່າວ/ບົດ​ອື່ນ