ສາມັນຊົນ ອີຣັກ 125.000 ຄົນຕ້ອງປະລະເຮືອນຊານຢູ່ Mosul

ສາມັນຊົນ ອີຣັກ 125.000 ຄົນຕ້ອງປະລະເຮືອນຊານຢູ່ Mosul - ảnh 1
(ພາບປະກອບ / AFP/TTXVN)

(vovworld) - ມີສາມັນ​ຊົນ ອີ​ຣັກ 125.000 ​ຄົນຕ້ອງ​ປະ​ລະເຮືອນ​ຊານ, ນັບ​ແຕ່​ທະຫານ​ລັດຖະບານ​ປຸກລະດົມ​ບັ້ນ​ຮົບ​ປົດ​ປ່ອຍ​ນະຄອນ Mosul ອອກ​ຈາກ​ການ​ຄວບ​ຄຸມ​ຂອງ​ອົງການ ລັດ​ອິດສະ​ລາມ (IS) ​ເມື່ອ​ກາງ​ເດືອນ 10. ວັນ​ທີ 4/1, ຫ້ອງການ​ປະສານ​ງານ​ບັນດາ​ບັນຫາ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ (OCHA) ​ໃຫ້​ຮູ້​ວ່າ, ພາຍຫຼັງ​ກຳລັງ​ລັດຖະບານ​ຍູ້​ແຮງ​ບັ້ນ​ຮົບ​ດ້ານ​ການ​ທະຫານ​ເມື່ອ​ວັນ​ທີ 29/12, ຈຳນວນ​ຄົນ​ຕ້ອງ​ອົບ​ພະຍົບອອກ​ຈາກ Mosul ​ໄດ້​ເພີ່ມ​ຂຶ້ນ​ພໍ​ສົມຄວນ, ດ້ວຍ​ກວ່າ 9000 ຄົນ​ອອກ​ຈາກ​ນະຄອນ​ພາຍ​ໃນ​ເວລາ​ພຽງ 4 ວັນ​ເທົ່າ​ນັ້ນ. ຕາມ​ສຳນັກ​ຂ່າວສານ AFP ຂອງຝລັ່ງ, ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ອົບ​ພະຍົບອອກ​ຈາກ Mosul ​ໃນ​ຊຸມ​ມື້​ຫວ່າງ​ແລ້ວ​ນີ້, ພາຍຫຼັງ​ກຳລັງ​ລັດຖະບານ​ຍູ້​ແຮງ​ບັ້ນ​ຮົບ​ຕ້ານ IS ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ.

ຂ່າວ/ບົດ​ອື່ນ