ສຳ​ເລັດ ໄລ​ຍະ​ທີ 2 ຂອງ​ໂຄງ​ການ​ສຳຫຼວດ​ເຕັກ​ນິກ​ກ່ຽ​ວ​ກັບ​ລ​ູກ​ລະ​ເບີດ​ທີ່ຍ​ັງ​ບໍ່​ທັນ​ແຕກ ຢູ່ ເທື່ອ​ທຽນ​ເຫວ້

(VOVWORLD) -  ຕອນເຊົ້າວັນທີ 17 ພະຈິກ ຢູ່ຮ່າໂນ້ຍ, ສູນການເຄື່ອນໄຫວກ່ຽວກັບລູກລະເບີດທີ່ຍັງບໍ່ທັນແຕກແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຕີລາຄາກ່ຽວກັບໝາກຜົນປະຕິບັດໂຄງການ “ສຳຫຼວດເຕັກນິກກຳນົດເຂດທີ່ຖືກມົນລະພິດຈາກລູກລະເບີດ ແລະ ວັດຖຸລະເບີດ” ໄລຍະ ທີ 2 ຢູ່ແຂວງເທື່ອທຽນເຫວ້.
ສຳ​ເລັດ ໄລ​ຍະ​ທີ 2 ຂອງ​ໂຄງ​ການ​ສຳຫຼວດ​ເຕັກ​ນິກ​ກ່ຽ​ວ​ກັບ​ລ​ູກ​ລະ​ເບີດ​ທີ່ຍ​ັງ​ບໍ່​ທັນ​ແຕກ ຢູ່ ເທື່ອ​ທຽນ​ເຫວ້ - ảnh 1 (ພາບປະກອບ: TTXVN)

ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ 10 ຕາແສງຂອງເມືອງ ອາເລື໊ອຍ, ແຂວງເທື່ອທຽນເຫວ້ ໂດຍ ອົງການບໍ່ຂຶ້ນກັບລັດຖະບານ ຊ່ວຍເຫຼືອປະຊາຊົນ ນອກແວ ອຸປະຖຳ ຈາກແຫຼ່ງເງິນຊ່ວຍເຫຼືອລ້າ ຂອງ ກະຊວງການຕ່າງປະເທດ ອາເມລິກາ. ພາຍຫຼັງຜັນຂະຫຍາຍມາເປັນເວລາເກືອບ 1 ປີ, ມາຮອດປັດຈຸບັນ, ກວ່າ 910 ເຮັກຕາ ໃນເນື້ອທີ່ດິນທັງໝົດເກືອບ 1600 ເຮັກຕາ ທີ່ຖືກມົນລະພິດຈາກລູກລະເບີດ ແລະ ວັດຖຸລະເບີດໄດ້ຮັບການສຳຫຼວດເຕັກນິກ. ໝາກຜົນດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການສ້າງລາຍລະອຽດໃຫ້ແຜນທີ່ມົນລະພິດຈາກລູກລະເບີດ ແລະ ວັດຖຸລະເບີດໃຫ້້ສົມບູນແບບ ເພື່ອມີວິທີການແກ້ໄຂຢ່າງມີປະສິດທິຜົນ ແລະ ຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ