ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ຄັດຄ້ານເຫດທົດລອງ​ລູກ​ສອນ​ໄຟຫຼ້າສຸດຂອງ ສປປ ເກົາຫຼີ

(VOVWORLD) - ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຮູ້ວ່າ: ຈະນຳເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟອອກມາປຶກສາຫາລື ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາ (G7) ຢູ່ ອີຕາລີ ໃນເດືອນນີ້.

ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ຄັດຄ້ານເຫດທົດລອງ​ລູກ​ສອນ​ໄຟຫຼ້າສຸດຂອງ ສປປ ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

(ພາບປະກອບ)

ວັນທີ 21 ພຶດສະພາ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae –in ໄດ້ອອກຄຳສັ່ງຮັບມືຢ່າງແຂງກະດ້າງກັບເຫດຍິງທົດລອງລູກສອນໄຟໃນວັນດຽວກັນຂອງ ສປປ ເກົາຫຼີ ແລະ ຊີ້ນຳບັນດາອົງການຂອງລັດຖະບານປະເທດນີ້ກວດກາຄືນເລື່ອງ ສປປ ເກົາຫຼີ ຈະມີການກະທຳຜິດປົກກະຕິຫຼືບໍ່? ກະຊວງການຕ່າງປະເທດ ສ ເກົາຫຼີ ໄດ້ອອກຖະແຫຼງກ່າວປະນາມເຫດທົດລອງລູກສອນໄຟຫຼ້າສຸດຂອງ ສປປ ເກົາຫຼີ, ຖືວ່າ ນີ້ແມ່ນກະທຳສ່ຽງໄພ ແລະ ທຳລາຍຄວາມຫວັງກ່ຽວກັບສັນຕິພາບ ຂອງລັດຖະບານ ສ ເກົາຫຼີ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເອີ້ນເຫດການຍິງທົດລອງລູກສອນໄຟ ຂອງ ສປປ ເກົາຫຼີ ແມ່ນ “ສິ່ງທ້າທາຍຕໍ່ໂລກ”. ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຮູ້ວ່າ: ຈະນຳເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟອອກມາປຶກສາຫາລື ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາ (G7) ຢູ່ ອີຕາລີ ໃນເດືອນນີ້.

        ວັນທີ  21 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ເອີ້ນການຍິງທົດລອງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ ແມ່ນ “ໜ້າເສຍດາຍ”. ທ່ານລັດຖະມົນຕີ Rex Tillerson ເນັ້ນໜັກວ່າ: ອາເມລິກາ ພວມໃນໄລຍະຕົ້ນແຫ່ງການກໍ່ຄວາມກົດດັນຕໍ່ທາງດ້ານເສດຖະກິດ ກໍ່ຄືການທູດສຳລັບອຳນາດການປົກຄອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ