ສ.ເກົາຫຼີ - ອາເມລິກາ ປະກາດແຜນການຊ້ອມຮົບຮ່ວມ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong-doo ແລະ ຄູ່ຕຳແໜ່ງ ອາເມລິກາ Mark Esper ໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະຈັດການຊ້ອມຮົບຮ່ວມໃນກາງເດືອນ ສິງຫາ ຈະມາເຖິງ ດ້ວຍຂອບຂະໜາດຈຳກັດເມື່ອທຽບໃສ່ທຸກໆປີ. 
ສ.ເກົາຫຼີ - ອາເມລິກາ ປະກາດແຜນການຊ້ອມຮົບຮ່ວມ - ảnh 1ສ.ເກົາຫຼີ - ອາເມລິກາ ປະກາດແຜນການຊ້ອມຮົບຮ່ວມ ( ພາບປະກອບ: AFP/TTXVN)

  ການຊ້ອມຮົບ ສ່ວນຫລາຍຈະໄດ້ດຳເນີນຕາມຮູບແບບຜ່ານຄອມພິວເຕີ ແລະ 2 ຝ່າຍຈະສາຍບັນດາເທບວີດີໂອ ແລະ ເອກະສານທີ່ກ່ຽວຂ້ອງ.

        2 ຝ່າຍຄາດວ່າ ຈະດັດປັບໄລຍະເວລາດຳເນີນການຊ້ອມຮົບພາຍຫລັງວັນຊາດ ສ.ເກົາຫຼີ (15/08) ແລະ ຈຸດປະສົງຂອງການຊ້ອມຮົບໃນຄັ້ງນີ້ ແມ່ນເພື່ອກວດກາບັນດາຂົງເຂດຈຸດສຸມກ່ຽວກັບກຳລັງຄວາມສາມາດການສູ້ຮົບຢ່າງຮອບດ້ານຂອງກອງບັນຊາການທະຫານປະສົມໃນອະນາຄົດ, ກະກຽມໃຫ້ແກ່ວຽກງານມອບໂອນສິດບັນຊາການຍຸກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ