ສ.ເກົາຫຼີ ແລະ ອາເມລິກາ ກ່າວເຕືອນການເພີ່ມທະວີບັນດາມາດຕະການລົງໂທດສປປ.ເກົາຫຼີ

ສ.ເກົາຫຼີ ແລະ ອາເມລິກາ ກ່າວເຕືອນການເພີ່ມທະວີບັນດາມາດຕະການລົງໂທດສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: AFP TTXVN)

(vovworld) - ​​ວັນ​ທີ 27/04, ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສ.ເກົ​າ​ຫຼີ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ສ​ືບ​ຕໍ່​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງກວ່າ​ໃສ່​ ສ​ປປ.ເກົາ​ຫຼີ ຖ້າ​ຫາກ ພຽງ​ຢາງ ສືບ​ຕໍ່​ມີ​ບັນ​ດາ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. 2 ຝ່າຍ​ໄດ້​ເຫັນ​ດີ​ຕໍ່​ບັນ​ດາ​ມາ​ດ​ຕະ​ການ​ໂຕ້​ຕອບສ​ປ​ປ.ເກົາ​ຫຼີ, ໃນ​ນັ້ນ​ມີ​ມະ​ຕິ​ລົງໂທດ​ສະ​ບັບ​ໜຶ່ງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ພາຍ​ຫຼັງ​ພຽງ​ຢາງ ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ ​ເຄັ່ງ​ຕຶງ​ຂຶ້​ນ​ຕື່ມ. ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ, ຈະ​ສົ​ມ​ທົບ​ກັບ​ປະ​ຊາ​ຄົມ​ສາ​ກົນ, ໃນ​ນັ້ນ​ມີ​ຈີນ ເພື່​ອ​ຮັກ​ສາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງ ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ກົດ​ດັນ​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ. ຄຳ​ຖະ​ແຫຼງ​ຢ່າງ​ແຮງ​ຂອງ​ສ​.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ ຖືກ​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມ​ວິ​ຕົກ​ກັ​ງວົນ​ຕໍ່​ເລື່ອງ ສ​ປ​ປ.ເກົາ​ຫຼີ ອາດ​ຈະ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 6 ແລະ ສືບ​ຕໍ່​ດຳ​ເນີນ​ການ​ຍິງ​ບັນ​ດາ​ລູກ​ສອນ​ໄຟ​ນ​ຳ​ວິ​ຖີ.


ຕອບກັບ

ຂ່າວ/ບົດ​ອື່ນ