ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ເລີ່ມ​ຊ້ອມ​ຮົບ​ຮ່ວມ​ທະ​ຫານ​ເຮືອ​

(VOVWORLD) - ສ.ເກົາຫຼີ ແລະ ອາເມລິກາ ໄດ້ເລີ່ມການຊ້ອມຮົບຮ່ວມຢູ່ເຂດທະເລທາງທິດຕາເວັນອອກ ສ.ເກົາຫຼີ ເພື່ອແນໃສ່ປັບປຸງຄວາມສາມາດຮັບມືກັບບັນດາໄພນາບຂູ່ທາງການທະຫານໃນພາກພື້ນ.
ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ເລີ່ມ​ຊ້ອມ​ຮົບ​ຮ່ວມ​ທະ​ຫານ​ເຮືອ​ - ảnh 1ການຊ້ອມຮົບຮ່ວມຂອງ ສ.ເກົາຫຼີ ແລະ ອາເມລິກາ (ພາບເອກະສານ: TTXVN)

ວັນທີ 25 ກັນຍາ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ເລີ່ມການຊ້ອມຮົບຮ່ວມຢູ່ເຂດທະເລທາງທິດຕາເວັນອອກ ສ.ເກົາຫຼີ ເພື່ອແນໃສ່ປັບປຸງຄວາມສາມາດຮັບມືກັບບັນດາໄພນາບຂູ່ທາງການທະຫານໃນພາກພື້ນ.

ແຈ້ງການຈາກກຳລັງທະຫານເຮືອ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ການຊ້ອມຮົບຮ່ວມຈະດຳເນີນພາຍໃນ 3 ວັນ, ດ້ວຍການເຂົ້າຮ່ວມຂອງກ່ຳປັ່ນ 9 ລຳ ແລະ ເຮືອບິນສອດແນມ 2 ລຳຂອງສອງປະເທດ. ບັນດາການຊ້ອມຮົບຕ້ານກ່ຳປັ່ນດຳນ້ຳ ແລະ ການຍິງລູກປືນແທ້ໄດ້ຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີກຳລັງສົມທົບການເຄື່ອນໄຫວ ແລະ ຄວາມສາມາດກະທົບຕອບຂອງບັນດາພັນທະມິດ. ຕາມ ວາທີພັນເຮືອ Kim In – ho, ຜູ້ບັນຊາການກຳລັງ ສ.ເກົາຫຼີ ເຂົ້າຮ່ວມການຊ້ອມຮົບ ແລ້ວ, ການເຄື່ອນໄຫວນີ້ ແມ່ນໂອກາດເພື່ອປະຕິບັດການສະກັດກັ້ນບັນດາໄພນາບຂູ່ຈາກລູກສອນໄຟ ແລະ ນິວເຄຼຍ ຢ່າງມີປະສິດທິຜົນ, ພ້ອມທັງປັບປຸງຄວາມກຽມພ້ອມໃນການປ້ອງກັນຕົວຮ່ວມ.


ຕອບກັບ

ຂ່າວ/ບົດ​ອື່ນ