ສ.ເກົາຫຼີກັກກ່ຳປັ່ນຫາປາຈີນເຄື່ອນໄຫວຢ່າງຜິດກົດໝາຍ

ສ.ເກົາຫຼີກັກກ່ຳປັ່ນຫາປາຈີນເຄື່ອນໄຫວຢ່າງຜິດກົດໝາຍ - ảnh 1
ສ.ເກົາຫຼີກັກກ່ຳປັ່ນຫາປາຈີນເຄື່ອນໄຫວຢ່າງຜິດກົດໝາຍ
(ພາບ​ປະ​ກອບ: AFP)

(vovworld) - ​ວັນ​ທີ 14/06, ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຄັດ​ແຫຼ່ງ​ຂ່າວ​ຈາກ​ສະ​ພາເສ​ນາ​ທິ​ການ​ໃຫຍ່ທະ​ຫານ​ປະ​ສົມ (JCS) ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ກອງ​ທັບ​ປະ​ເທດນີ້​ໄດ້​​ກັດ​ກ່ຳ​ປັ່ນ​ກາ​ປາ​ 2 ລ​ຳຂອງ​ຈີນ ທີ່​ເຄື່ອ​ນ​ໄຫວ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ທະ​ເລ​​ລະ​ຫວ່າງ​ສ.ເກົາ​ຫຼີ ແລະ ສປປ.ເກົາ​ຫຼີ. ແຈ້ງ​ການ​ສື່ມວນ​ຊົນ​ຂອງ JCS ຊີ້​ແຈ້ງວ່າ, ໃນ​ການ​ເຄື່ອ​ນ​ໄຫວກວາດ​ລ້​າງ, ກຳ​ລັງ​ສ.ເກົາ​ຫຼີ ໄດ້​ກັກ​ກຳ​່​ປັ່ນ​ຫາ​ປາ 2 ລຳຂອງ​ຈີນ ແລະ ມອບສົ່ງ​ໃ​ຫ້​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ. ​ຄາດ​ວ່າ, ສ.ເກົາ​ຫຼີ ຈະ​ສືບ​ຕໍ່​ການ​ເຄື່ອນ​ໄຫວນີ້​ຈົນ​ກວ່າ​ເວ​ລາ​ໃດ​ທ​ີ່​ກ່ຳ​ປັ່ນ​ຫາ​ປາ​ຂອງ​ຈີນ ບໍ່​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລນີ້​ອີກ. ນີ້​ແມ່ນ​ບັນ​ດາ​ກ່ຳ​ປັ່ນ​ຫາ​ປາ​ທຳ​ອິດ​ຂອງ​ຈີນ ຖືກ​​ກັກ​​ຢູ່​ເຂດ​ທະ​ເລ​ດັ່ງ​ກ່າວ, ນັບ​ແຕ່​ພາຍ​ຫຼັງ​ກອງ​ທັບ​ສ.ເກົາ​ຫຼ​ີ ເລີ່ມ​ເຄື່ອນ​ໄຫວກວ​າດ​ລ້າງ​ຢູ່​ເຂດນີ້ນັບ​ແຕ່​ວັນ​ທີ 10/06 ຜ່ານ​ມາ.

ຂ່າວ/ບົດ​ອື່ນ