ສ.ເກົາຫຼີກະກຽມນຳລະບົບບາໂຄດເຂົ້າເຄື່ອນໄຫວ

ສ.ເກົາຫຼີກະກຽມນຳລະບົບບາໂຄດເຂົ້າເຄື່ອນໄຫວ - ảnh 1
ລົດໂອໂຕເດີນທາງຈາກນະຄອນPaju, ແຂວງ Gyeonggi ເຖິງເຂດອຸດສາຫະກຳລວມ Kaesong.
(ພາບ: AFP/TTXVN)


(vovworld) – ວັນ​ທີ 13/1, ກະຊວງ​ທ້ອນ​ໂຮມ​ຊາດ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ລະບົບ​ບາ​ໂຄດ  (RFID) ລຽບ​ຕາມ​ເຂດ​ຊາຍ​ແດນ​ລະຫວ່າງ 2 ພາກ ​ເກົາຫຼີ, ​ເພື່ອ​​ແນ​ໃສ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ກາ​ນ​ໄປມາ ​ແລະ ຂົນ​ສົ່ງ​ວັດຖຸ​ສິ່ງ​ຂອງ​​ເຂົ້າ - ອອກ​ເຂດ​ອຸດສາຫະກຳ​ລວມ Kaesong, ຈະ​ຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ​ແຕ່​ທ້າຍ​ອາທິດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມຂ່າວ, ​ໂຄສົກ​ຂອງ​ກະຊວງ ດັ່ງກ່າວ ທ່ານ Kim Eui-do ​ໃຫ້​ຮູ້​ວ່າ: ​ເລື່ອງ​ຈັດ​ຕັ້ງ​ລະ​ບົບ RFID ຢູ່ Kaesong ຢູ່​ເທດສະບານ​ມີ​ຊື່​ດຽວ​ກັນ​ໃນ​ເຂດ​ດິນ​ແດນ ສປປ ​ເກົາ​ຫຼີ ຈະ​ຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ ພາຍຫຼັງ​ນຳ​ໃຊ້​ທົດ​ລອງ​ໃນ​ເວລາ 1 – 2 ອາທິດຈະ​ມາ​ເຖູິງ. ລະບົບ RFID ອະນຸຍາດ​ໃຫ້​ບັນດາ​ພາລະ​ກອນ​ໄປ - ມາ​ຢ່າງ​ເສລີ​ຢູ່​ເຂດ​ປອດ​ການ​ທະຫານ (DMZ) ​ເຊິ່ງ​ແມ່ນ​ບ່ອນ​ຂີດ​ຂັ້ນ​ແບ່ງ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ໃນບໍ່​ວ່າ​ເວລາ​ໃດ​ໃນ​ມື້. ປະຈຸ​ບັນ, ປະຊາຊົນ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ອາດ​ສາມາດ​ໄປ - ມາ​ເຂດ​ຊາຍ​ແດນ​ໂດຍ​ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຢ່າງ​ແໜ້ນ​​ແຟ້ນໃນ​​ເວລາ​ທີ່​ໄດ້​ກຳນົດ. ຖ້າ​ຫາກ​ລະ​ເມີດ, ​ເຂົາ​ເຈົ້າ​ຈະ​ຖືກ​ປັບ​ໄໝ​ດ້ານ​ການ​ເງິນ. ລະບົບ RFID ​ໄດ້​ຮັບ​ຫວັງ​ວ່າ​ຈະ​ຊ່ວຍ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄັ້ງ​ຕ່າງໆ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ພົວພັນ​ລົງທຶນ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຢູ່ Kaesong.

ຂ່າວ/ບົດ​ອື່ນ