ລູກສອນໄຟນຳດາວທຽມຂອງສປປ ເກົາຫຼີ
(ພາບ:vnexpress.net)
(VOV)- ສເກົາຫຼີ ໄດ້ມີການປະສານສົມທົບ, ປຶກສາຫາລືກັບບັນດາປະເທດທີ່ກ່ຽວຂ້ອງເຖິງການເຈລະຈານິວເຄຼຍ 6 ຝ່າຍຄື: ອາເມລິກາ, ຈີນ, ຍີ່ປຸ່ນ ແລະ ລັດເຊຍ ເພື່ອຮັບມືກັບເລື່ອງ ສປປເກົາຫຼີ ຖະແຫຼງແຜນການຍິງດາວທຽມ. ວັນທີ 4/12, ທ່ານ Lim Sung, ຫົວໜ້າຄະນະເຈລະຈາ 6 ຝ່າຍຂອງ ສເກົາຫຼີ ໄດ້ເດີນທາງໄປຍັງອາເມລິກາ ເພື່ອປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືກ່ຽວກັບບັນຫາຍິງດາວທຽມຂອງ ສປປເກົາຫຼີ. ຝ່າຍສເກົາຫຼີ ໃຫ້ຮູ້ວ່າ: ຖ້າຫາກວ່າ ສປປເກົາຫຼີ ເດັດດ່ຽວຈະຍິງລູກສອນໄຟຕາມແຜນການ, ສປຊ ຈະຈັດການປະຊຸມສະມັດຊາໃຫ່ຍສະພາຄວາມໝັ້ນຄົງເພື່ອປຶກສາຫາລືບັນດາມາດຕະການແກ້ໄຂບັນຫານີ້.