ສ.ເກົາຫຼີ,ອາເມລິກາຕຳນິຕິຕຽນບັນດາເຫດຍິງທົດລອງລູກສອນໄພໃໝ່ຂອງສປປ.ເກົາຫຼີ
ພາບປະກອບ
(vovworld) – ວັນທີ 10/7, ສ ເກົາຫຼີ ໄດ້ກ່າວປະນາມເຫດການຍິງທົດລອງລູກສອນໄຟຫວ່າງແລ້ວນີ້ຂອງ ສປປ ເກົາຫຼີ, ຖືວ່ານີ້ແມ່ນ “ການກະທຳເກາະຜິດຢ່າງແຮງ” ນາບຂູ່ເຖິງສະຖຽນລະພາບໃນແຫຼມ ເກົາຫຼີ. ຕາມສຳນັກຂ່າວສານ ຝຣັ່ງ AFP ແລ້ວ, ກະຊວງປ້ອງກັນຊາດ ສ ເກົາຫຼີ ໄດ້ສະແດງຄວາມວິຕົກວັງວົນພິເສດຕໍ່ເຫດການຍິງລູກສອນໄຟນຳວິຖີໄລຍະສັ້ນຈາກຖານທີ່ໝັ້ນມໍ່ກັບເຂດຊາຍແດນທາງທິດຕາເວັນຕົກໃນວັນທີ 9/7. ໂຄສົກກະຊວງປ້ອງກັນປະເທດ ສ. ເກົາຫຼີ ທ່ານ Kim Min – Seok ຊີ້ແຈ້ງວ່າ: ເຊີອູນ ຖື “ການຍິງທົດລອງລູກສອນໄຟຫວ່າງແລ້ວນີ້ຂອງ ສປປ. ເກົາຫຼີ ແມ່ນການກະທຳເກາະຜິດຢ່າງແຮງ ເພື່ອແນ່ໃສ່ ສ. ເກົາຫຼີ ແລະ ປະຊາຄົມໂລກ ຍ້ອນວ່າມັນນາບຂູ່ເຖິງສະຖຽນລະພາບໃນແຫຼມເກົາຫຼີ ແລະ ລະເມີດບັນດາມະຕິຂອງສະຫະປະຊາຊາດ”.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Jen Psaki ໃຫ້ຮູ້ວ່າ: “ອາເມລິກາ ມີຄວາມວິຕົກວັງວົນຕໍ່ແຫຼ່ງຂ່າວກ່ຽວກັບການຍິງທົດລອງລູກສອນໄຟຄັ້ງທີ 4 ຂອງ ສປປ.ເກົາຫຼີ, ໃນໄລຍະເວລາບໍ່ຮອດ 2 ສັບປະດາຜ່ານມາ. ອີກຄັ້ງໜຶ່ງ, ວໍຊິງຕັນ ກະຕຸກຊຸກຍູ້ ພຽງຢາງປະຕິບັດບັນດາພັນທະ ແລະ ຄຳໝັ້ນສັນຍາສາກົນ.”