ສ.ເກົາຫຼີ,ອາເມລິກາເຫັນດີຮັກສາຄຳສັ່ງລົງໂທດຕໍ່ສປປ.ເກົາຫຼີ

(VOVWORLD) -ອາເມລິກາ ແລະ ສ.ເກົາຫຼີ ຫາກໍເຫັນດີຮັກສາບັນດາມາດຕະການລົງໂທດສປປ.ເກົາຫຼີ ຈົນຮອດຂະນະທີ່ພຽງຢາງ ປະຕິບັດບັນດາບາດກ້າວເດີນ “ລະອຽດ, ສາມາດພິສູດໄດ້” ເພື່ອມຸ່ງໄປເຖິງການປອດນິວເຄຼຍ.

ສ.ເກົາຫຼີ,ອາເມລິກາເຫັນດີຮັກສາຄຳສັ່ງລົງໂທດຕໍ່ສປປ.ເກົາຫຼີ - ảnh 1ສ.ເກົາຫຼີ,ອາເມລິກາເຫັນດີຮັກສາຄຳສັ່ງລົງໂທດຕໍ່ສປປ.ເກົາຫຼີ

(ພາບ: YONHAP/TTXVN)

ໃນການເຈລະຈາປ້ອງກັນຊາດຮ່ວມສ.ເກົາຫຼີ - ອາເມລິກາ (KIDD) ຄັ້ງທີ 14 ເຊິ່ງດຳເນີນຢູ່ນະຄອນຫຼວງເຊີອຸນ ໃນວັນທີ 26 ກໍລະກົດ, 2 ຝ່າຍກໍ່ໄດ້ແບ່ງປັນທັດສະນະກ່ຽວກັບເລື່ອງຄວນສືບຕໍ່ຊອກຫາວິທີເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈສຳລັບສປປ.ເກົາຫຼີ, ຈົນຮອດເວລາໃດທີ່ພຽງຢາງ ຮັກສາການເຈລະຈາ “ຢ່າງມີເຈດຕະນາດີ”. ນອກຈາກນັ້ນ, 2 ຝ່າຍຍັງເຕື້ອງເຖິງ “ຄວາມຄືບໜ້າທີ່ມີຄວາມໝາຍ” ພາຍຫຼັງການພົບປະຂັ້ນສຸດຍອດລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ເມື່ອເດືອນເມສາ ແລະ ພຶດສະພາ ປີ 2018, ກໍຄືການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ເມື່ອເດືອນ ມິຖຸນາ, ໂດຍບໍ່ຫົວຊາຕໍ່ຄວາມວິຕົກກັງວົນວ່າ ວິວັດທະນາການປອດນິວເຄຼຍຂອງພຽງຢາງ ເບິ່ງຄືວ່າບໍ່ມີຄວາມຄືບໜ້າພໍປານໃດ.

ຕອບກັບ

ຂ່າວ/ບົດ​ອື່ນ