ຫັນ​ເປັນ​ດີ​ຈີ​ຕອນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ໃນ​ການ​ນຳ​ໃຊ້, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາວ່າ ນີ້ແມ່ນຄັ້ງທຳອິດ ຫວຽດນາມຜັນຂະຫຍາຍ 5G ແລະກໍ່ແມ່ນໄລຍະໄວທີ່ສຸດເມື່ອທຽບໃສ່ກັບບັນດາປະເທດໃນໂລກ, ມຸ່ງໄປສູ່ເປົ້າໝາຍເຜີຍແຜ່ບັນດາການບໍລິການໃນສະພາບການດີຈີຕອນໃຫ້ໄວກ່ວາອີກ
ຫັນ​ເປັນ​ດີ​ຈີ​ຕອນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ໃນ​ການ​ນຳ​ໃຊ້, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານ ຫງວຽນແມັງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:thanhphohaiphong.gov.vn)

ທີ່ກອງປະຊຸມສະຫຼຸບວຽກງານກະຊວງຖະແຫຼງຂ່າວ ແລະ ການສື່ສານປີ 2020, ວາງທິດທາງໜ້າທີ່ປີ 2021 ເຊິ່ງດຳເນີນໃນຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາວ່າ ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມຜັນຂະຫຍາຍ 5G ຢູ່ໃນໄລຍະໄວທີ່ສຸດເມື່ອທຽບໃສ່ກັບບັນດາປະເທດໃນໂລກ, ມຸ່ງໄປສູ່ເປົ້າໝາຍໝູນໃຊ້ບັນດາການບໍລິການໃນສະພາບແວດລ້ອມດີຈີຕອນໂດຍໄວກ່ວາອີກ, ຮັບໃຊ້ຄວາມຕ້ອງການໃນການນຳໃຊ້ຂອງປະຊາຊົນ. ໃນປີ 2021 ນີ້, ການຜັນຂະຫຍາຍການຄ້າ 5G ຄາດວ່າຈະໄດ້ຮັບການຜັນຂະຫຍາຍໃນວົງກ້ວາງ. ນີ້ກໍ່ແມ່ນໜຶ່ງໃນບັນດາຜົນງານເຊິ່ງຫວຽດນາມ ຄວນສືບຕໍ່ຍູ້ແຮງໃນປີ 2021. ທ່ານໃຫ້ຮູ້ວ່າ:

        ຂ້າພະເຈົ້າຄິດວ່າ ພວກເຮົາພວມຢືນຢູ່ຕໍ່ໜ້າກາລະໂອກາດ, ແຕ່ມັນກໍ່ແມ່ນສິ່ງທ້າທາຍຖ້າຫາກວ່າພວກເຮົາບໍ່ມີການປ່ຽນແປງຢ່າງແຮງກ່ວາອີກ, ພວກເຮົາຈະຖືກຖອຍຫຼັງ, ຊ້ຳບໍ່ໜຳແມ່ນ ລົ້ມລະລາຍ. 2 G ພວກເຮົານຳໃຊ້ຢ່າງໄວວາເມື່ອທຽບໃສ່ກັບໂລກ, 3G ພວກເຮົານອນໃນກຸ່ມປານກາງ, 4G ໃນກຸ່ມຊັກຊ້າ ແລະ ປັດຈຸບັນ 5G ກໍ່ບື່ນຕົວຂຶ້ນນອນໃນກຸ່ມໄວ.

ຕອບກັບ

ຂ່າວ/ບົດ​ອື່ນ