ຫົວຫນ້າຄະນະພົວພັນຕ່າງປະເທດຫວຽດນາມເຈລະຈາທາງອອນລາຍກັບຫົວຫນ້າຄະນະພົວພັນສາກົນສູນກາງພັກກອມມູນິດຍີ່ປຸ່ນ

(VOVWORLD) - ຜົນສຳເລັດຂອງຫວຽດນາມ ສະແດງໃຫ້ເຫັນລັກສະນະດີເລີດຂອງລັດທິສັງຄົມນິຍົມໃນການຕໍ່ສູ້ ປ້ອງກັນຕ້ານໂລກລະບາດ.

ຕອນບ່າຍວັນທີ 4 ກັນຍາ ຢູ່ສຳນັກງານສູນກາງພັກ, ທ່ານ ຮ່ວາງບີງກວນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ໄດ້ມີການເຈລະຈາທາງອອນລາຍ ກັບທ່ານ Ogata Yasuo ຫົວຫນ້ຄະນະພົວພັນສາກົນ ສູນກາງພັກກອມມູນິດ ຍີ່ປຸ່ນ.

ຫົວຫນ້າຄະນະພົວພັນຕ່າງປະເທດຫວຽດນາມເຈລະຈາທາງອອນລາຍກັບຫົວຫນ້າຄະນະພົວພັນສາກົນສູນກາງພັກກອມມູນິດຍີ່ປຸ່ນ - ảnh 1 ທ່ານ ຮ່ວາງບີງກວນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ  (ພາບ: TTXVN)

ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາພາກພື້ນ ແລະໂລກ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການເຈລະຈາ, ທ່ານ OgataYasuo ຕີລາຄາສູງໝາກຜົນ ແລະມາດຕະການຂອງຫວຽດນາມໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19 ແລະ ປະຕິບັດ “ເປົ້າໝາຍຄວບຄູ່” ທັງຄວບຄຸມໂລກລະບາດ ປົກປ້ອງຊີວິດອິນຊີໃຫ້ແກ່ປະຊາຊົນ ທັງສືບຕໍ່ຮັກສາສະຖຽນລະພາບດ້ານເສດຖະກິດສັງຄົມ. ທ່ານ Ogata Yasuo ຢຶນຢັນ: ຜົນສຳເລັດຂອງຫວຽດນາມ ສະແດງໃຫ້ເຫັນລັກສະນະດີເລີດຂອງລັດທິສັງຄົມນິຍົມໃນການຕໍ່ສູ້ ປ້ອງກັນຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ