ຫົວຫນ້າຄະນະໂຄສະນາສຶກສາສູນກາງເຂົ້າຮ່ວມກອງປະຊຸມສ່ືມວນຊົນທົ່ວປະເທດ

(VOVWORLD) -ຕອນເຊົ້າວັນທີ 26 ທັນວາ ຢູ່ ນະຄອນ ໂຮ່ຈິມີນ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫລງຂ່າວ ສື່ສານ ແລະ ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານສື່ມວນຊົນທົ່ວປະເທດປີ 2017, ຜັນຂະຫຍາຍຫນ້າທີ່ປີ 2018. 
ຫົວຫນ້າຄະນະໂຄສະນາສຶກສາສູນກາງເຂົ້າຮ່ວມກອງປະຊຸມສ່ືມວນຊົນທົ່ວປະເທດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສ່ືມວນຊົນທົ່ວປະເທດ

 

ກ່າວຄຳເຫັນນະທີ່ນີ້, ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ຕີລາຄາວຽກງານສື່ມວນຊົນ ໄດ້ມີການຫັນປ່ຽນຢ່າງຕັ້ງຫນ້າ ແລະບັນລຸໝາກຜົນສຳຄັນ, ຮອບດ້ານ.  ທ່ານ ຫວໍວັນເຖືອງ ສະເຫນີວ່າ: ປີ 2018 ແມ່ນປີບານພັບປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ສື່ມວນຊົນ ຕ້ອງສຸມໃສ່ໂຄສະນາການປະຕິບັດມະຕິໃນທຸກດ້ານ, ຍ້ອງຍໍບັນດາແບບຢ່າງດີເດັ່ນ, ປະຕິເສດຂໍ້ມູນຂ່າວ,ທັດສະນະທີ່ຜິດພາດ. ສື່ມວນຊົນຄວນສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກເພື່ອສຸມໃສ່ຍົກສູງຄຸນນະພາບຕາມທິດເປັນເຈົ້າການ.

ຕອບກັບ

ຂ່າວ/ບົດ​ອື່ນ