ຫວຽດນາມ ຄັດຄ້ານ ຈີນ ດຳເນີນການເລືອກຕັ້ງຜູ້ ແທນສະພາ ປະຊາຊົນ ຢູ່ໝູ່ເກາະຮ່ວາງຊາ
ພາບປະກອບ
(vovworld) - ຕໍ່ໜ້າເຫດການວັນທີ 19/7/2012, ຄະນະພັກການທະຫານສູນກາງ ຈີນ ໄດ້ຕົກລົງສ້າງຕັ້ງ “ສຳນັກງານບັນຊາການທະຫານ” ຂອງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” ຢ່າງເປັນທາງການ, ທີ່ໄດ້ຕັ້ງຖານທີ່ໝັ້ນໃນເກາະ ຟູ໋ເລີມ ຂຶ້ນກັບໝູ່ເກາະ ຮ່ວາງຊາ, ແລະ ເລື່ອງວັນທີ 21/7/2012 ຝ່າຍ ຈີນໄດ້ດຳເນີນການເລືອກຕັ້ງຜູ້ແທນສະພາປະຊາຊົນ ຊຸດທີ 1 ຂອງອັນທີ່ໄດ້ເອີ້ນວ່າ “ນະຄອນ ຊານຊາ”, ວັນທີ 24/7, ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi ຊີ້ແຈງວ່າ: “ເລື່ອງ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວດັ່ງກ່າວແມ່ນລະເມີດກົດໝາຍສາກົນ, ລ່ວງລ້ຳ ອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ 2 ແຫ່ງຮ່ວາງຊາ ແລະ ເຈື່ອງຊາ ຢ່າງຮ້າຍແຮງ, ແລະ ບໍ່ມີຄຸນຄ່າແຕ່ຢ່າງໃດເລີຍ. ບັນດາການກະທຳດັ່ງກ່າວຂອງ ຈີນ ແມ່ນໄປຝືນກັບສະຕິຄວາມຮູ້ລວມຂອງການນຳຂັ້ນສູງ 2 ປະເທດ, ລະເມີດຂໍ້ຕົກລົງບັນດາຫຼັກການພື້ນຖານແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ - ຈີນ ທີ່ໄດ້ລົງນາມໃນເດືອນ 10/2011, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການກ່ຽວກັບວິທີການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກທີ່ໄດ້ລົງນາມໃນປີ 2002 ລະຫວ່າງ ອາຊຽນ ແລະ ຈີນ, ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດຽວຄັດຄ້ານບັນດາການເຄື່ອນໄຫວດັ່ງກ່າວຂອງ ຈີນ, ພ້ອມທັງຮຽກຮ້ອງໃຫ້ຈີນ ຈົ່ງເຄົາລົບນັບຖື ອະທິປະໄຕຂອງຫວຽດນາມ, ຢຸດຕິ ແລະ ລົບລ້າງບັນດາການກະທຳທີ່ຜິດພາດດັ່ງກ່າວ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີນ ກໍຄືຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.”
ວັນທີ 24/7, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງສານຄັດຄ້ານໄປຍັງກະຊວງການຕ່າງປະເທດ ຈີນ.
ແລະກໍໃນວັນດຽວກັນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ Van Huu Chien ແລະ ປະທານຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ Nguyen Chien Thang ພ້ອມກັນອອກຖະແຫຼງການຊີ້ແຈງວ່າ: ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ ແລະ ແຂວງ ແຄ໋ງຮ່ວາ ອີກເທື່ອໜຶ່ງ ໄດ້ມີຄວາມວິຕົກກັງວົນ ແລະ ບໍ່ພໍໃຈຕໍ່ໜ້າບັນດາການກະທຳດັ່ງກ່າວຂອງຈີນ. ນະຄອນ ດ່າໜັງ ແລະ ແຂວງ ແຄ໋ງຮ່ວາ ເດັດດຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ຈີນ ຈົ່ງຢຸດຕິບັນດາການກະທຳທີ່ລະເມີດກົດໝາຍສາກົນ ແລະ ກົດໝາຍຫວຽດນາມ ໃນທັນທີ, ເປັນສິ່ງກິດຂວາງຄວາມມານະພະຍາຍາມລວມຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ສົ່ງຜົນສະທ້ອນບໍດີ ເຖິງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ.