ຫວຽດນາມ ຄັດຄ້ານຈີນ ລະເມີດອະທິປະໄຕ ແລະ ສິດຕັດສິນຂອງຫວຽດນາມ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) - ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບແຈ້ງຂ່າວເດີນທະເລໃນວັນທີ 03/05/2014 ຂອງກົມຮັບຜິດຊອບວຽກງານທະເລ ຈີນ ທີ່ວ່າ ຮ້ານເຈາະນ້ຳມັນ DH – 981 ຂອງບໍລິສັດໃຫຍ່ນ້ຳມັນອາຍແກັດ ຂາຍຢາງ (ຈີນ) ໄດ້ດຳເນີນການເຈາະນ້ຳມັນຢູ່ນ່ານທະເລແຕ່ວັນທີ 02/05 – 15/08/2014, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ: ຮ້ານເຈາະນ້ຳມັນ DH – 981 ໄດ້ເຄື່ອນໄຫວໃນເຂດເສດຖະກິດພິເສດຂອງຫວຽດນາມ ແລະ ໄຫຼ່ທະວີບຂອງຫວຽດນາມ, ທີ່ຫາກຈາກຝັ່ງທະເລຂອງຫວຽດນາມ ປະມານ 120 ໄມທະເລ. ທ່ານເລຫາຍບິ່ງ ຢືນຢັນວ່າ ຫວຽດນາມ ມີຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານກົດໝາຍຢ່າງພຽງພໍ ເພື່ອຢືນຢັນອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ກໍ່ຄືອະທິປະໄຕ ແລະ ສິດຕັດສິນສຳລັບເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຕົນ ເຊິ່ງໄດ້ຮັບການກຳນົດຢ່າງເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທຸກໆການເຄື່ອນໄຫວຂອງຕ່າງປະເທດບົນເຂດທະເລຂອງຫວຽດນາມ ເມື່ອບໍ່ໄດ້ຮັບການອະນຸຍາດຂອງຫວຽດນາມ ລ້ວນແຕ່ແມ່ນການກະທຳທີ່ຜິດກົດໝາຍ ແລະ ບໍ່ມີຄຸນຄ່າ, ຫວຽດນາມ ເດັດດຽວຄັດຄ້ານ.
ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ກໍ່ໄດ້ອອກແຈ້ງຂ່າວໂດຍຢືນຢັນວ່າ ການ ເຄື່ອນໄຫວຂອງບໍລິສັດໃຫຍ່ນ້ຳມັນອາຍແກັດ ຂາຍຢາງ ຂອງຈີນ ແມ່ນລະເມີດອະທິປະໄຕ ແລະ ສິດຕັດສິນຂອງຫວຽດນາມ ຕາມຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ວັນທີ 04/05, ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ໄດ້ຝາກຈົດໝາຍເຖິງປະທານ ແລະ ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ນ້ຳມັນອາຍແກັດ ຂາຍຢາງ ເພື່ອຄັດຄ້ານການກະທຳນີ້ຢ່າງແຮງ ແລະ ຮຽກຮ້ອງບໍລິສັດໃຫຍ່ນ້ຳມັນອາຍແກັດ ຂາຍຢາງ ຢຸດຕິບັນດາການເຄື່ອນໄຫວຢ່າງຜິດກົດໝາຍໂດຍທັນທີ ແລະ ຖອນຮ້ານເຈາະນ້ຳມັນ DH – 981 ອອກຈາກເຂດທະເລຂອງຫວຽດນາມ. ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ຮຽກຮ້ອງໃຫ້ບໍລິສັດໃຫຍ່ນ້ຳມັນອາຍແກັດ ຂາຍຢາງ ຂອງຈີນບໍ່ໄດ້ດຳເນີນວຽກງານຄືດັ່ງກ່າວອີກ.