ຫວຽດ​ນາມ ຄັດ​ຄ້ານ​ທຸກ​ຄຳ​ຮຽກ​ສິດ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ອີງ​ໃສ່​ເສັ້ນ​ທາງ​ຂີດ​ຂັ້ນ

(VOVWORLD) - ເລື່ອງກະຊວງຊັບພະຍາກອນທຳມະຊາດຂອງ ຈີນ ປະກາດອັນທີ່ເອີ້ນວ່າ “ແຜນທີ່ມາດຕະຖານປີ 2023”, ໃນນັ້ນ ມີທັງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ  ກໍຄືສະແດງຄຳຮຽກສິດເສັ້ນທາງຂີດຂັ້ນນັ້ນ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ກໍຄື ອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ສຳລັບເຂດທະເລຂອງຕົນ ທີ່ໄດ້ກຳນົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 
ຫວຽດ​ນາມ ຄັດ​ຄ້ານ​ທຸກ​ຄຳ​ຮຽກ​ສິດ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ອີງ​ໃສ່​ເສັ້ນ​ທາງ​ຂີດ​ຂັ້ນ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ (ພາບ:VOV)

ວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມສຳລັບເລື່ອງກະຊວງຊັບພະຍາກອນທຳມະຊາດຂອງ ຈີນ ໄດ້ປະກາດອັນທີ່ເອີ້ນວ່າ “ແຜນທີມາດຕະຖານປີ 2023”, ໃນນັ້ນ ມີທັງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ຢັ້ງຢືນວ່າ: ເລື່ອງກະຊວງຊັບພະຍາກອນທຳມະຊາດຂອງ ຈີນ ປະກາດອັນທີ່ເອີ້ນວ່າ “ແຜນທີ່ມາດຕະຖານປີ 2023”, ໃນນັ້ນ ມີທັງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ  ກໍຄືສະແດງຄຳຮຽກສິດເສັ້ນທາງຂີດຂັ້ນນັ້ນ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ກໍຄື ອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງ ຫວຽດນາມ ສຳລັບເຂດທະເລຂອງຕົນ ທີ່ໄດ້ກຳນົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ດັ່ງນັ້ນ, ການຮຽກສິດອະທິປະໄຕ ແລະ ຮຽກສິດທະເລທີ່ອີງໃສ່ເສັ້ນທາງຂີດຂັ້ນດັ່ງທີ່ສະແດງໃນແຜນທີ່ເຫຼົ່ານັ້ນ ແມ່ນບໍ່ມີຄຸນຄ່າ, ລ່ວງລ້ຳກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

   

ຕອບກັບ

ຂ່າວ/ບົດ​ອື່ນ