ຫວຽດນາມ ຄັດຄ້ານເຫດເຂັ່ນຂ້າສາມັນຊົນ ຢູ່ ໝູ່​ບ້ານ Houla

ຫວຽດນາມ ຄັດຄ້ານເຫດເຂັ່ນຂ້າສາມັນຊົນ ຢູ່ ໝູ່​ບ້ານ Houla - ảnh 1
ທູ​ດພິ​ເສດ​ລວມຂອງ ສປຊ  ​ແລະ ສະຫະພັນ ອາຣັບ  ທ່ານ Kofi Annan
ພາບ:laodong.com.vn


(vovworld) -  ວັນ​ທີ 2/6, ທູ​ດພິ​ເສດ​ລວມຂອງ ສະຫະ​ປະຊາ​ຊາດ (ສປຊ) ​ແລະ ສະຫະພັນ ອາຣັບ Kofi Annan ​ໄດ້​ອອກ​ສຽງ​ກ່າວ​ເຕືອນ​ວ່າ ຊີຣີ ພວມ​ຕົກ​ເຂົ້າ​ສູ່​ສະພາບ​​ເສິກ​ກາງ​ເມືອງ​ໃນ​ທົ່ວ​ປະ​ເທດ​ນີ້ ພ້ອມ​ທັງ​ຢ້ຳຄືນ​ຄຳ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ສືບ​ຕໍ່​ດຳ​ເນີນ​ການ​​ໂອ້​ລົມ​ສົນທະນາ​ກໍ​ຄື​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ. ກ່າ​ວຄຳ​ເຫັນ​ໃນ​ການ​ປະຊຸມ​ກ່ຽວ​ກັບ​ບັນຫາ​ຊີຣີ ຂອງ​ບັນດາ​ສະມາຊິກ​ສະຫະພັນ ອາຣັບ ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Doha ຂອງ​ປະ​ເທດ Cata, ທ່ານ Annan ຢືນຢັນ​ວ່າ: ​ເສິກກາງ​ເມືອງ​​ ລະຫວ່າງ​ບັນດາ​ຝ່າຍ​ພວມ​​ເກີດຂຶ້ນ​ດ້ວຍ​ຂະຫນາດ​ໃຫຍ່​ໃນ​ແຕ່​ລະ​ມື້​ໃນ​ທົ່ວ​ປະ​ເທດ ຊີ​ຣີ . ປະຈຸ​ບັນ ສປຊ ​ໄດ້​ສົ່ງ​ນັກ​ສັງ​ເກດ​ການ​ທະຫານ 129 ທ່ານ ​ແລະ 90 ຄົນ​ມາ​ປະຕິບັດ​ຫນ້າ​ທີ່ຢູ່ ຊີຣີ​ແລ້ວ. ບັນດາ​ທ່ານ​ເຫລ່ົາ​ນີ້ ສາມາດ​ໄປມາ​ຢ່າງ​ເສລີ ​ແລະ ລາ​ຍງານ​ຂ່າວ​ຄາວ​ຢ່າງ​ພາວະ​ວິ​ໄສ​ໃຫ້​ແກ່​ ສະພາ​ຄວາມ​ໝັ້ນຄົງ ສປຊ.

ຫວຽດນາມ ຄັດຄ້ານເຫດເຂັ່ນຂ້າສາມັນຊົນ ຢູ່ ໝູ່​ບ້ານ Houla - ảnh 2
ພາບປະກອບ:internet

ທີ່​ວາລະ​ປະຊຸມ​ພ​ິ​ເສດ​ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ ຂອງ​ສະພາ​ສິດທິ​ມະນຸດ ສປຊ ຈັດ​ຂຶ້ນ​ໃນ​ວັນ​ທີ 1/6, ຜູ້ຕາງຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ຢູ່ ສປຊ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນ ຢູ່ ​ເຊີ​​ແນວ​ ປະ​ເທດ ສະ​ວິດ ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງຕໍ່​ເຫດການ​ເຂັ່ນຂ້າ​ສາມັນ​ຊົນ ຢູ່ໝູ່​ບ້ານ Houla ປະ​ເທ​ດ ຊີຣີ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຫັນ​ໃຈ ​ແລະ ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ບັນດາ​ຄອບຄົວ​ທີ່​ຖືກ​ປະສົບ​ກັບ​ເຄາະ​ຮ້າຍ​ດັ່ງກ່າວ. ຜູ້ຕາງຫນ້າ ຂອງ​ຫວຽດນາມ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​ເປີດ​ການ​ສືບສວນ​ກ່ຽວ​ກັບ​ເຫດ​ເຂັ່ນຂ້າ​ດັ່ງກ່າວຢ່າງ​ພາວະ​ວິ​ໄສ ​ແລະ ຄົບ​ຖ້ວນ, ​ເຄົາລົບ​ບັນດາ​ມາດຖານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ມະນຸດສະທຳ. ​ແລະ​ເນັ້ນ​ຫນັກ​ວ່າ: ສະພາບ​ການ​ຢູ່ ຊີ​ຣີ ພຽງ​ແຕ່​ສາມາດ​ແກ້​ໄຂ​ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ​ໄກ່​ເກ​ຍປອງ​ດອງ ບົນ​ຈິດ​ໃຈ​ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຊີຣີ.

ຂ່າວ/ບົດ​ອື່ນ