ຫວຽດນາມ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດດຳເນີນທຸລະກິດ” ໃຫ້ແກ່ວິສາຫະກິດ ອີຢິບ

(VOVWORLD) - ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດດຳເນີນທຸລະກິດ”. ຜ່ານການແລກປ່ຽນທີ່ກອງປະຊຸມສຳມະນາ, ບັນດາວິສາຫະກິດ ໄດ້ເຂົ້າໃຈແຈ້ງກ່ວາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ນະໂຍບາຍການຄ້າຂອງ ຫວຽດນາມ

ວັນທີ 20 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດ ອີຢິບ ຈັດຕັ້ງກອງປະຊຸມສຳມະນາເສດຖະກິດ ຫວຽດນາມ - ອີຢິບ ດ້ວຍຫົວຂໍ້ວ່າ “ຕະຫຼາດ ຫວຽດນາມ: ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດດຳເນີນທຸລະກິດ”. ຜ່ານການແລກປ່ຽນທີ່ກອງປະຊຸມສຳມະນາ, ບັນດາວິສາຫະກິດ ໄດ້ເຂົ້າໃຈແຈ້ງກ່ວາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ນະໂຍບາຍການຄ້າຂອງ ຫວຽດນາມ, ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ. ທ່ານ ໂດ໋ຮ່ວາງລອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ, ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມນີ້ມີລັກສະນະບຸກທະລຸ, ຊອກຫາບັນດາມາດຕະການທີ່ດີເພື່ອຊຸກຍູ້ການປະຕິບັດບັນດາສັນຍາ ແລະ ພວກເຮົາມີ 3 ບັນຫາຕ້ອງສຸມໃສ່. ທີໜຶ່ງ, ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນ ແລະ ຊັດເຈນໃຫ້ວິສາຫະກິດ 2 ຝ່າຍ ເພື່ອແນໃສ່ສ້າງສະຕິຄວາມຮູ້ຂອງ 2 ຝ່າຍກ່ຽວກັບຕະຫຼາດຂອງກັນ. ທີສອງ, ສ້າງກົນໄກຕິດຕາມກວດກາ, ຊຸກຍູ້ ແລະ ຊອກຫາແຫຼ່ງກຳລັງທີ່ຈຳເປັນເພື່ອຜັນຂະຫຍາຍບັນດາສັນຍາ. ທີສາມ, ຜ່ານບັນດາພາຫະນະສື່ມວນຊົນ, ສື່ສານຂອງ 2 ຝ່າຍເພື່ອບໍ່ພຽງແຕ່ວິສາຫະກິດ, ວົງການຕ່າງໆ ແລະ ນັບທັງປະຊາຊົນຂອງ 2 ປະເທດມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ວາ, ມີບັນດານ້ຳໃຈອັນດີງາມເທົ່ານັ້ນ, ຜ່ານນັ້ນ ຍັງສ້າງເງື່ອນໄຂ, ສ້າງສະພາບແວດລ້ອມທີ່ດີກ່ວາໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ