ຫວຽດນາມ ຄ້ວາໄດ້ 3 ຫຼຽນ Olympic ຊີວະສາດສາກົນປີ 2023

(VOVWORLD) - ດ້ວຍການເຂົ້າຮ່ວມຂອງນັກຮຽນທີ່ມາຈາກ 80 ປະເທດ, ເຂດແຄ້ວນ ແລະ ສອງປະເທດສັງເກດການ
ຫວຽດນາມ ຄ້ວາໄດ້ 3 ຫຼຽນ Olympic ຊີວະສາດສາກົນປີ 2023 - ảnh 1ທິມ Olympic ຊີວະສາດສາກົນປີ 2023

ວັນທີ 10 ກໍລະກົດ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ: ທິມ Olympic ຊີວະສາດສາກົນປີ 2023 ຂອງ ຫວຽດນາມ ມີນັກຮຽນ 3 ຄົນເຂົ້າຮ່ວມດ້ວຍໝາກຜົນທັງ 3 ຄົນລ້ວນແຕ່ຄ້ວາໄດ້ຫຼຽນ, ໃນນັ້ນມີ: ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.

        ລາງວັນ Olympic ຊີວະສາດ ຄັ້ງທີ 34 ປີ 2023 ໄດ້ຈັດຂຶ້ນຢູ່ສະຫະລັດ ອາຣັບ ເອມີເລດ (UAE) ໃນລະຫວ່າງວັນທີ 2 – 11 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງນັກຮຽນທີ່ມາຈາກ 80 ປະເທດ, ເຂດແຄ້ວນ ແລະ ສອງປະເທດສັງເກດການ. ໃນນັ້ນມີນັກຮຽນເຂົ້າຮ່ວມທັງໝົດ 295 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ