ຫວຽດນາມ ຈັດຕັ້ງ ເວທີປາໄສ ຫວຽດນາມ - ອາເມລິກາ ລາຕີນ ກ່ຽວກັບການຄ້າ ແລະ ການລົງທຶນ

ຫວຽດນາມ ຈັດຕັ້ງ ເວທີປາໄສ ຫວຽດນາມ - ອາເມລິກາ ລາຕີນ ກ່ຽວກັບການຄ້າ ແລະ ການລົງທຶນ - ảnh 1
ຂຸດຄົ້ນນ້ຳມັນອາຍແກດ ແມ່ນທ່າແຮງທີ່ຫວຽດນາມ ແລະ ອາເມລິກາ ລາຕີນ ເພີ່ມເຕີມໃຫ້ກັນ

(vovworld) - ​ເວທີ​ປາ​ໄສ ຫວຽດນາມ - ອາ​ເມ​ລິ​ກາ ລາຕີ​ນ ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ອາ​ເມ​ລິ​ກາ ລາຕີ​ນ: ຄູ່​ຮ່ວມ​ມື​ການ​ຄ້າ, ການ​ລົງທຶນ​ເພື່ອ​ການພັດທະນາ” ຈະ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ໃນ​ລະຫວ່າງ​ວັນ​ທີ 5 ​- 6/7/2012. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເຫດການ​ຊຸກຍູ້​ການ​ຄ້າ - ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ​ອາ​ເມ​ລິ​ກາ ລາຕີ​ນ ດ້ວຍ​ຂອບ​ຂະໜາດ​ໃຫຍ່​​ໄດ້​ຈັດ​ຕັ້ງຂຶ້ນ ​​ແລະ ​ແມ່ນ​ໜຶ່ງໃນ​ບັນດາ​ເຫດການ​ພົວພັນ​ຕ່າງປະ​ເທດ​ທີ່ສຳຄັນ​ຂອງ​ຫວຽດນາມ ​ໃນ​ປີ 2012.

ທີ່​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 28/6, ທ່ານ​ນາງ Nguyen Phuong Nga, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຊີ້​ແຈ້ງວ່າ:

“​ໃນ​ສະພາບ​ການ​ເຊື່​ອມ​ໂຍງ ​ແລະ ​ເຊື່ອມ​ຕໍ່​ເສດ​ຖະກິດ​ສາກົນ​ພວມ​ດຳ​ເນີນ​​ໄປ​ຢ່າງ​ແຮງ ​ຢູ່​ທັງ​ພາກ​ພື້ນ ອາຊີ ຕາ​ເວັນ​ອອກ ​ແລະ ອາ​ເມ​ລິ​ກາ ລາຕີ​ນ, ພ້ອມ​ກັບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ທີ່ອາດ​ສາມາດເພີ່ມ​ເຕີມ​ໃຫ້​ກັນ​ນັ້ນ, ການ​ພົວພັນ​ຮ່ວມ​ມື ດ້ານ​ເສດຖະກິດ ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລີ​ກາ ລາຕີ​ນ ພວມ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ແຂງ​ແຮງ​ກ່ວາ​ອີກ. ບົນ​ພື້ນຖານ​ນັ້ນ, ​ການຈັດ​ຕັ້ງ​ເວທີ​ປາ​ໄສ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ທີ່​ຫ່າງ​ໄກ​ກັນ​ອາດ​ຈະ​ພົບ​ປະ, ​ແລກປ່ຽນ​ຂໍ້​ມູນ​ຂ່າ​ວສານ​ໂດຍ​ກົງ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ການ​ຄ້າ​ການ​ລົງທຶນລະຫວ່າງ​ຫວຽດນາມ ​ກັບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ ລາຕີ​ນ ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ເສດຖະກິດພັດທະນາ​ສົມ​ກັບ​ສາຍ​ພົວພັນ​ການ​ເມືອງ​ທີ່​ດີງາມ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້, ຕອບ​ສະໜອງ​ຄວາມ​ມຸ່ງມາ​ດປາຖະໜາ ​ແລະ ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ ລາຕີ​ນ”

ຂ່າວ/ບົດ​ອື່ນ