ຫວຽດນາມ ຈະ​ປັບ​ໄໝລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕໍ່​ກາ​ນ​ລະ​ເມີດ​ກ່ຽວກັບ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ

(VOVWORLD) -    ຫົວໜ້າຄະນະຊີ້ນໍາບັນດາແຂວງນະຄອນ, ອົງການຮັບຜິດຊອບ ແລະ ຜູ້ອໍານວຍການໂຮງໝໍ ຕ້ອງມີຄວາມຮັບຜິດຊອບ ຖ້າຫາກປະໃຫ້ໂລກລະບາດແຜ່ລະບາດ, ບໍ່ກວດພົບກໍລະນີຕິດເຊື້ອໄດ້ຢ່າງທັນການ.
ຫວຽດນາມ ຈະ​ປັບ​ໄໝລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕໍ່​ກາ​ນ​ລະ​ເມີດ​ກ່ຽວກັບ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ - ảnh 1ກອງປະຊຸມຂອງຄະນະຊີິ້ນໍາແຫ່ງຊາດ ທີ່ຈັດຂ້ຶນໃນວັນທີ 6 ສິງຫາ ຢູ່ສໍານັກງານລັດຖະບານ (ພາບ: TTXVN)

     ບັນດາສະມາຊິກໃນຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຕົກລົງເປັນເອກະພາບຄືແນວນັ້ນ ໃນກອງປະຊຸມທີ່ຈັດຂ້ຶນໃນວັນທີ 6 ສິງຫາ ຢູ່ສໍານັກງານລັດຖະບານ.

        ບັນດາສະມາຊິກຄະນະຊີ້ນໍາແຫ່ງຊາດ ແລະ ບັນດານັກຊ່ຽວຊານດ້ານສາທາລະນະສຸກໃຫ້ຂໍ້ສັງເກດວ່າ, ປະມານ 01 ອາທິດຈະມາເຖິງ, ຄາດວ່າຈະມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ເພີ່ມຕື່ມອີກ ທີ່ມີສ່ວນກ່ຽວຂ້ອງເຖິງໂຮງໝໍ ດ່າໜັງ ຫຼື ໃນບາງບໍລິເວນອື່ນໆຂອງນະຄອນດ່າໜັງ. ຄະນະຊີ້ນໍາສືບຕໍ່ຢັ້ງຢືນວ່າ  ຍັງມີຄວາມສ່ຽງຊ້ອນແຝງຢູ່ບັນດາແຂວງ, ນະຄອນອື່ນ ແລະ ແຫຼ່ງແຜ່ລະບາດບໍ່ພຽງແຕ່ແມ່ນຜູ້ທີ່ກັບມາຈາກດ່າໜັງເທົ່ານັ້ນ. ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາແຫ່ງຊາດ ຖືວ່າ:

        “ບັນດາແຂວງຕ້ອງຊີ້ນໍາປະຕິບັດບັນດາຄໍາຊີ້ນໍາຂອງນາຍົກລັດຖະມົນຕີ, ຂອງຄະນະຊີ້ນໍາ, ຂອງຂະແໜງສາທາລະນະສຸກກ່ຽວກັບການຄຸ້ມຄອງຜູ້ທີ່ກັບມາຈາກດ່າໜັງ ໃຫ້ເຂັ້ມງວດ. ຄະນະຊີ້ນໍາ ສະເໜີໃຫ້ ລັດຖະບານ ປັບໄໝລົງໂທດທ້ອງຖິ່ນທີ່ລະເມີດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ການນໍາບັນດາທ້ອງຖິ່ນຕ້ອງເປັນຜູ້ຮັບຜິດຊອບ, ຫົວໜ້າຄະນະຊີ້ນໍາຕ້ອງເປັນຜູ້ຮັບຜິດຊອບ”.

        ບັນດາຮາກຖານກວດ, ປິ່ນປົວພະຍາດ ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ຜູ້ມາກວດ, ປິ່ນປົວພະຍາດ. ໂຮງໝໍແຫ່ງໃດມີການລະເມີດແມ່ນ ຜູ້ອໍານວຍການໂຮງໝໍ ແລະ ອົງການກ່ຽວຂ້ອງຕ້ອງຮັບຜິດຊອບ. 

ຕອບກັບ

ຂ່າວ/ບົດ​ອື່ນ