(vovworld) - ໃນຂອບເຂດວາລະປະຊຸມຄັ້ງທີ 16 ກຸ່ມເຮັດວຽກຂອງສະພາສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບກົນໄກສຳຫຼວດກວດກາເປັນປະຈຳ (ຫຼື UPR), ເຊິ່ງຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ ແຕ່ວັນທີ 22/4 ຫາວັນທີ 3/5, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຈູງແທ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳອົງການສະຫະປະຊາຊາດ, ອົງການການຄ້າໂລກ (ຫຼື WTO) ແລະ ບັນດາອົງການສາກົນອື່ນໆ, ໄດ້ພ້ອມກັບຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດ ກ່າວຄຳເຫັນຕີລາຄາວຽກງານປົກປ້ອງ ແລະ ເສີມຂະຫຍາຍສິດທິມະນຸດຢູ່ 14 ປະເທດ, ໃນນັ້ນມີສະຫະພັນ ລັດເຊຍ ແລະ ກູຍບາ. ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ກໍ່ກ່າວຄຳເຫັນຮັບຮູ້ຜົນງານໃນໄລຍະກ່ວາ 4 ປີແຫ່ງການປົກປ້ອງ, ເສີມຂະຫຍາຍສິດທິມະນຸດຢູ່ບັນດາປະເທດ Turkmenistan, Burkina Faso, Gibuti, ບັງກຼາເທດ, Cameroon, Azerbaijan... ທ່ານເອກອັກຄະລັດຖະທູດ ກໍແບ່ງປັນຄວາມສົນໃຈ, ພ້ອມທັງປະກອບບັນດາຂໍ້ສະເໜີແນະອັນລະອຽດຂອງ ຫວຽດນາມ ທີ່ມີຕໍ່ບັນດາປະເທດເພື່ອແນໃສ່ປະຕິບັດຈຸດໝາຍລວມແມ່ນຮັບປະກັນກ່ຽວກັບການຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນຕາມຈິດໃຈຂອງກົນໄກ UPR ໃຫ້ນັບມື້ນັບດີກ່ວາ.