ຫວຽດ​ນາມ ຊົມ​ເຊີຍ​ທຸກ​ໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່ ເລີ່ມ​ດຳ​ເນີນ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ ພາກ​ຕາ​ເວັນ​ອອກ​ກາ​ງ​ຄື​ນ​ໃໝ່

(VOVWORLD) -ວັນທີ 31 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາ ຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ປະກາດເອກະສານ “ຈາກສັນຕິພາບຈົນຮອດ ວັດທະນາຖາວອນ: ວິໄສທັດເພື່ອແນໃສ່ ປັບປຸງຊີວິດການເປັນຢູ່ ຂອງ ປະຊາຊົນ ອິດສະຣາແອັນ ແລະ ປາແລດສະຕິນ”
ຫວຽດ​ນາມ ຊົມ​ເຊີຍ​ທຸກ​ໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່ ເລີ່ມ​ດຳ​ເນີນ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ ພາກ​ຕາ​ເວັນ​ອອກ​ກາ​ງ​ຄື​ນ​ໃໝ່ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ (ພາບ: baoquocte.vn

ທ່ານນາງ ເລທິທູຮັ່ງ ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງ ວ່າ: ຫວຽດນາມເອົາໃຈໃສ່ຕິດຕາມກວດກາສະພາບການຢູ່ພາກພື້ນ ຕາເວັນອອກກາງຢ່າງໃກ້ຊິດແລະ ຊົມເຊີຍທຸກໆຄວາມມານະພະຍາຍາມເພື່ອແນໃສ່ ເລີ່ມດຳເນີນວິວັດການສ້າງສັນຕິພາບຢູ່ ພາກພື້ນຕາເວັນອອກກາງຄືນໃໝ່. ຫວຽດນາມ ຖືວ່າ ວິທີການທີ່ມີຄວາມສະເໝີພາບ ແລະ ຍືນຍົງໃຫ້ແກ່ບັນຫານີ້ ສາມາດບັນລຸໄດ້ ພຽງແຕ່ຜ່ານການໂອ້ລົມສົນທະນາ ແລະ ເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ.        

ຕອບກັບ

ຂ່າວ/ບົດ​ອື່ນ